Sunday, July 03, 2011

ທຸລະກິດເຄືອຂ່າຍ ຕ້ອງຄົບ 7 ອົງປະກອບຂອງຄວາມສຳເລັດ

ທຸລະກິດເຄືອຂ່າຍ ຕ້ອງຄົບ7ອົງປະກອບຂອງຄວາມສຳເລັດ.                   .........ທ່ານຢາກເປັນຄົນກຳນົດຊະຕາຊີວິດ ຂອງຕົນເອງຫລືບໍ່ ?

….ທ່ານຢາກມີພຽງແຕ່ລົມຫາຍໃຈ ຫລື ໃຊ້ຊີວິດໃຫ້ຄຸ້ມຄ່າ ?

ທ່ານເຄີຍສົງໃສບໍ່ວ່າ ເປັນຫຍັງບາງຄົນເຮັດວຽກຫນ້ອຍລົງ ແຕ່ຫາເງິນໄດ້ຫລາຍຂຶ້ນ ທັງຍັງສຶກ ຫມັ້ນຄົງ ທາງການເງິນຫລາຍກວ່າຄົນອື່ນ ນັ້ນເປັນເພາະເຂົາຮູ້ວ່າ ຄວນຈະເຮັດວຽກຈາກດ້ານໃດ ແລະ ເມື່ອໃດ

ທ່ານເຄີຍສົງໃສບໍ່ວ່າ……..

• ລູກຈ້າງກັບເຈົ້າຂອງກິດຈະການຕ່າງກັນບ່ອນໃດ

• ເປັນຫຍັງ ນັກລົງທຶນບາງຄົນ ຈຶ່ງຫາເງິນໄດ້ໃນອັດຕາສ່ຽງທີ່ຕໍ່າ ຂະນະທີ່ສ່ວນໃຫຍ່ ເຮັດໄດ້ພຽງສະເມີໂຕ

• ເປັນຫຍັງລູກຈ້າງສ່ວນໃຫຍ່ໄດ້ແຕ່ປ່ຽນວຽກໄປເລື້ອຍໆ ຂະນະທີ່ບາງຄົນລາອອກແລ້ວ ໄປສ້າງອານາຈັກທຸລະກິດຂອງເຂົາເອງ.

ແລ້ວທ່ານເຄີຍສົງໃສບໍ່ວ່າ ບັນດິດລະດັບຫົວກະທິຈາກມະຫາວິທະຍາໄລໃນ ສະຫະລັດ ອາເມລິກາ ຈຳນວນຫລາຍ ກັບຕ້ອງໄປເຮັດວຽກ ເປັນລູກຈ້າງ ຂອງນັກສຶກສາທີ່ຮຽນບໍ່ຈົບ ເຊັ່ນ ບິວ ເກດ ( Bill Gates), Richard Branson , Michael dell ຫລື Ted Turner ອະພິມະຫາເສດຖີຂອງໂລກໃນທຸກມື້ນີ້

(ທີ່ມາ: ປື້ມ ພໍ່ລວຍ ສອນລູກ 2 ເງິນສີ່ດ້ານ )

ທຸລະກິດເຄືອຂ່າຍທີ່ດີ ການເລືອກທີ່ຕ້ອງຄົບ 7 ອົງປະກອບຂອງຄວາມສຳເລັດ


ຫລັກໃນການເລືອກວ່າ ບໍລິສັດໃດ ທີ່ເຮົາຄວນຈະຮ່ວມທຸລະກິດນຳ ບໍລິສັດນັ້ນຈະຕ້ອງຜ່ານ ການພິຈາລະນາຕ່າງໆ ດັ່ງທີ່ Mr.Peter Ducker ກູລູຊື່ດັ້ງ ໃນທຸລະກິດ MLM ໄດ້ກ່າວເອົາໄວວ່າ ທຸລະກິດເຄືອຂ່າຍທີ່ດີ ທີ່ຄວນເຂົ້າຮ່ວມນຳ ຈະຕ້ອງລວມມີ 7 ອົງປະກອບ ດັ່ງນີ້:

1. ບໍລິສັດ (Company)
ບໍລິສັດຕ້ອງມີຄວາມໝັ້ນຄົງ ແຂງແຮງ ຖານະທາງການເງິນຕ້ອງໝັ້ນຄົງ.

 
2. ຜະລິດຕະພັນ (Products) ຜະລິດຕະພັນຕ້ອງມີຄຸນນະພາບທີ່ດີທີ່ສຸດ ມີເອກະລັກ ຈຸດເດັ່ນເໜືອກວ່າຄູ່ແຂ່ງ.

3. ແຜນທຸລະກິດ (Plan) ແຜນລາຍໄດ້ໃຫ້ຜົນຕອບແທນຢ່າງຍຸຕິທຳ ແລະມີລາຍໄດ້ ທີ່ຄຸ້ມຄ່າ ໜັ້ນຄົງ.

4. ແນວໂນ້ມ (Trends) ສິນຄ້າມີແນວໂນ້ວ ເປັນທີ່ຕ້ອງການຂອງຕະຫລາດ ທັງປະຈຸບັນ ແລະ ອານາຄົດ.

5. ຈັງຫວະເວລາ (Timing) ຊ່ວງເວລາຕ້ອງຢູ່ໃນ ຊ່ວງຂອງການເລີ້ມຕົ້ນບໍ່ດົນ ແລະ ຢູ່ໃນຊ່ວງກຳລັງຈະເລີນເຕີບໂຕຢ່າງທີ່ສຸດ.

6. ທີມງານ (Team Work) ຜູ້ນຳມີຄວາມເປັນມືອາຊີບ ຈິງໃຈ ແລະ ຊ່ວຍໃຫ້ທ່ານປະສົບຄວາມສຳເລັດໄດ້.

7. ທີມຜູ້ບໍລິຫານ (Management) ຜູ້ບໍລິຫານມືອາຊີບ ວິໄສທັດກວ້າງໄກ ມີປະສົບການມາຍາວນານ ໃນດ້ານທຸລະກິດເຄືອຂ່າຍ.








No comments:

Post a Comment