Wednesday, February 08, 2012

ການ​ເ​ຮັດ​ທຸລະ​ກິດ​ ເຄືອ​ຂ່າຍ​ເປັນ​ອີກ​ອາຊີບໜຶ່ງທີ່ດີ​, ນັກທຸລະກິດເຄືອຂ່າຍສ່ວນໃຫຍ່ຫລົ້ມເຫລວເພາະເຂົາບໍ່ມີຮູ້ສິ່ງນີ້, ຮູ້ກ່ອນ​ທີ່​ທ່ານ​ຈະ​​ຕັດສິນ​ໃຈເຂົ້າ​ຮ່ວມ​ທຸລະ​ກິດ​ເຄືອ​ຂ່າ​ຍຢູ່​ລາວ​, ປະຫວັດຂອງຄວາມເປັນມາຂອງທຸລະກິດເຄືອຂ່າຍ, ເຄັດ​ລັບ​ໃນ​ການ​ເລືອກທຸລະກິດ​ເຄືອ​ຂ່າຍ MLM ທີ່​ດີ​ທີ່ສຸດ

ການ​ເ​ຮັດ​ທຸລະ​ກິດ​ ເຄືອ​ຂ່າຍ​ເປັນ​ອີກ​ອາຊີບໜຶ່ງທີ່ດີ, ​ເປັນ​ການ​ໃຊ້​ເວ​ລາວ່າງ​ໃຫ້​ເກີດ​ປະ​ໂຫຍ​ດ, ບົ່ງບອກຄວາມ​ເປັນຕົວ​ທ່ານ​: ດຸໝັ່ນ, ​ເປັນ​ຄົນ​ທີ່​ມີ​ຝັນ​ອັນ​ສວຍ​ງາມ…​ແລະ​ທີ່​ສຳຄັນ​ຄື: ຢາກ​ຊ່ວຍ​ເຫລືອ​ຄົນ​ຮັກ​ແພງທີ່​ຢູ່​ອ້ອມ​ຂ້າງ​ໃຫ້​ເຫັນ​​ໂອ​ກາດ​ທີ່​ດີ​ໃນ​ ທຸລະ​ກິ​​ດ​ເຄືອ​ຂ່າຍ.
     ຄວາມ​ຫວັງ​ດີ​ທີ່​ຢາກ​ຊ່ວຍ​​ເຫລືອ​ໃນ​ທຸລະ​ກິດ​ເຄືອ​ຂ່າຍ​ນີ້ລະ​ມັນ​ໄດ້​ເຮັ ​ດ​ໃຫ້​ພວ​ກ​ເຮົາ​ເຈົ້າ​ຂ້ອຍ​ເຈັບ​ຊ້ຳຫົວ​ໃຈ​ມາ​ຫລາຍ​ຕໍ່ຫລາຍ​​ເທື່ອ​ນັບ​ ຈຳນວນ​ບໍ່​ໄດ້ແລ້ວ(ໜຶ່ງ​ໃນ​ນັ້ນມີ​ຂ້າພະ​ເຈົ້າ​ຢູ່​ນຳ). ​ໃນ​ຄວາມ​ຄິດ​ພວກ​ເຮົາ​ຄື​: ໃຫ້​​ໂອ​ກາດ​ແລະ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ເຫັນ​ອີກ​ອາຊີບໜຶ່ງທີ່​ສາມາດ​ສ້າງ​ ອະນາຄົດ​ໃຫ້ສົດ​​ໃສ​ໄດ້. ​ແຕ່​ໃນ​ຄວາມ​ຄິດ​ທີ່ຄົນ​ເຮົາ​ໄປ​ແນະນຳ​ລະ? ​ເຂົາ​ຄິດ​ແບບ​ດຽວກັບ​ພວກ​ເຮົາ​ບໍ່? ​ແນະນຳ​ໄປ​ແນະນຳ​ມາຫລາຍໆ​ເທື່ອ, ຢ້ານ​ແຕ່​ເຂົາ​ຄິດ​ແນວ​ນີ້: ​ເຂົ້າ​ໃຈ​ວ່າ​ຄິດ​ຮອດ​ຄິດ​ເຖິງ​ກັນ​ຈິ່ງ​​ໂທ​ມາ​ຢາມຖາມ​ຂ່າວ, ທີ່​ແທ້​ກໍ່ຢາກ​ມາ​ຂາຍຂອງ​ໃຫ້, ຢາກ​ມາ​ຊວນ​ເຂົ້າ​ຮ່ວມ​ທຸລະ​ກິດ​ນຳ​ດ​ອກ, ຄັນຊັ້ນຄື​ຊິ​ບໍ່​ໂທມາ​ຫລື​ມາ​ຫາ​ຮອດ​ເຮື​ອນດອກ, ຂ້ອຍ​ມີວຽກ​ເຮັດ, ໜ້າທີ່​ການງານ​ກໍ່ໝັ້ນຄົງ​ແລ້ວ, ລາຍ​ໄດ້ກໍ່ພໍ​ຢູ່​ພໍ​ກິນ​​ແລ້ວ, ຂ້ອຍບໍ່ມີ​ເວ​ລາ, ຂ້ອຍ​ບໍ່ສົນ​ໃຈ, ມັນ​ຫລອກ​ລວງ​ຕົ້ມຕຸ໋ນ…​ແທນ​ທີ່​​ເຂົາ​ຈະ​ຄິດ​ວ່າ:​ ທ່ານ​ເປັນ​ຄົນ​ມີນ້ຳ​ໃຈ, ມີ​ຂ່າວ​ດີໆກໍ່​​ໂທ​ມາບອກ, ສົ່ງ​ຂ່າວ​ຮອດ​ເຮືອນ; ສຸດ​ທ້າ​ຍ,​ ຄວາມ​ຫວັງ​ດີ​ຂອງ​ທ່ານ​ກໍ່ຖືກ​ເບິ່ງວ່າ​ເປັນ​ຄວາມ​ຫວັງ​ຮ້າຍ​ຊ້ຳທ່ານ​ລອງ​ ຖອດ​ວິນ​ຍານ​ແລ້ວ​ໄປ​ສວ​ມ​ໃສ່​ຮ່າງ​ກາຍ​ເຂົາ​ເບິ່ງ, ຫາກ​ເຂົ​າ​ປະ​ຕິ​ບັດ​ກັບ​ທ່ານ​ເປັນ​ປະ​ຈຳ​ແບບ​ນີ້, ​​ໂທ​ຕິດຕາມຊ່ຳ​ເປັນ​ຄົນ​ພິ​ເສ​ດ VIP ​ແບບ​ນີ້, ທ່ານ​ຈະ​ມັກ​ບໍ່?, ທ່ານ​ຈະ​ລັງກຽດບໍ່?
ໃນ​ຫລາຍ​ສິບໆປີ​ກ່ອນ​ນີ້, ທຸລະ​ກິດ​ເຄືອ​ຂ່າຍ​ແມ່ນ​ຖືກຄັດຄ້ານ​ຈາກ​ຜູ້​ຄົນ​ທົ່ວ​ໄປໃນ​ທົ່ວ​ສັງຄົມວ່າ: ​ເປັນ​ທຸລະ​ກິດ​ຫລອກ​ລວງ, ​ແຊ​ລູກ​ໂສ້, ປິ​ລະ​ມິດ, ມັນ​ນີ້​ເກ​ມ(ມາ​ໄວ​ໄປ​ໄວ)…​ເພາະມີ​ບໍລິສັດ​ຈຳນວນໜຶ່ງ​ເປີດ​ຕົວ​ບໍ່ພໍ​ເທົ່າ ​ໃດ​ຫລອກ​ໃຫ້​ຄົນ​ສະໝັກ​ຮ່ວ​ມງານໄດ້​ເງິນ​ພຽງພໍແລ້ວກໍ່ປິດ​ຕົວ​ລົງ…​ໂດຍ​ ເຫດຜົນ​ສ່ວນ​ໃຫຍ່​​ແມ່ນ​ມາ​ຈາກ​ບັນຫາ​ເລື່ອງ​ການ​ເງິນ, ບໍລິ​ສັດ​ເຄືອ​ຂ່າຍ​ຈິ່ງ​ຖືກ​ເບິ່ງ​​ພາບ​ລວມໃນ​​ແງ່​ລົບ​ມາ​ໂດຍ​ຕະຫລອດ. ​ແຕ່​ຫລັງ​ຈາກ​ນັ້ນ, ບໍ​ລິ​ສັດ​ເຄືອ​ຂ່າຍ​ຊື່ A…​ເປີດ​ຕົວ​ຂຶ້ນ​ແລະ​ປະສົບ​ຜົນສຳ​ເລັດ​ຍິ່ງ​ໃຫຍ່​ເກີນ​ຄາດ. ບໍລິສັດ​ເຄື່ອຂ່າຍ​ຫລາຍໆຄ້າຍກໍ່​ເປີດ​ຕົວ​ຂຶ້ນຕາມລຳດັບ​, ​ເຊິ່ງມີ​ຫລາຍ​ບໍລິສັດ​ທີ່​ມີ​ຊື່ສຽງໂດ​ງດັງ​ແລະ​ຍິ່ງ​​ໃຫຍ່​ມາຮອດ​ປະ​ຈຸ​ ບັນນີ້…​ແລະ​ມັນ​ກໍ່​ໄດ້​ພິສູດ​ຕົວ​ມັນ​ເອງ​ແລ້ວ​ວ່າ, ນີ້​ແມ່ນ​ທາງ​ອອກໜຶ່ງຂ​ອງຄົນ​ທີ່​ຢາກ​ເຮັດ​ວຽກ​ເສີມ, ຫລື​ຢາກເຮັດ​ເປັນວຽກ​ເຕັມ​ເວ​ລາ​ເປັນ​ເຈົ້າ​ຂອງ​ກິດຈະການ. ສຸດ​ທ້າ​ຍ, ທຸລະ​ກິດ​ເຄືອ​ຂ່າຍ​ຈິ່ງ​ຖືກ​ຍອມຮັບ​ຈາກ​ຄົນ​ໃນ​ສັງຄົມກວ້າງຂຶ້ນ. ຈົນ​ເຖິງ​ປະຈຸ​ບັນນີ້, ທຸລະ​ກິດ​ເຄືອ​ຂ່າຍ​ໄດ້​ສ້າງ​ກຸ່ມ​ຄົນເສດຖີ​ເງິ​ນລ້ານ(ບໍ່​ແມ່ນ​ລ້ານ​ກີບ)​ ແລະ​ປ່ຽນຊີວິດ​ພວກ​ເຂົາ​ເຈົ້າ​ເຫລົ່ານັ້ນຈາກໜ້າມື​ເປັນ​ຫລັງ​ມື, ຈາ​ກຄົນ​ຕົວ​​ເປົ່າກາຍ​ເປັນ​ຄົນ​ມີ​ຄົບ​ທຸກ​ສິ່ງ​ທຸກ​ຢ່າງ: ມີ​ເຮືອນ, ມີ​ລົດ, ມີ​ສຸຂະພາບ​ທີ​​ແຂງ​ແຮງ, ມີ​ເງິນ​ແລະ​ອິດສະຫລະພາບ​ທາງ​ເວລາຢ່າງ​ແທ້​ຈິງ
ໃນ​ຫລາຍ​ສິບໆປີ​ກ່ອນ​ນີ້, ທຸລະ​ກິດ​ເຄືອ​ຂ່າຍ​ແມ່ນ​ຖືກຄັດຄ້ານ​ຈາກ​ຜູ້​ຄົນ​ທົ່ວ​ໄປໃນ​ທົ່ວ​ສັງຄົມວ່າ: ​ເປັນ​ທຸລະ​ກິດ​ຫລອກ​ລວງ, ​ແຊ​ລູກ​ໂສ້, ປິ​ລະ​ມິດ, ມັນ​ນີ້​ເກ​ມ(ມາ​ໄວ​ໄປ​ໄວ)…​ເພາະມີ​ບໍລິສັດ​ຈຳນວນໜຶ່ງ​ເປີດ​ຕົວ​ບໍ່ພໍ​ເທົ່າ ​ໃດ​ຫລອກ​ໃຫ້​ຄົນ​ສະໝັກ​ຮ່ວ​ມງານໄດ້​ເງິນ​ພຽງພໍແລ້ວກໍ່ປິດ​ຕົວ​ລົງ…​ໂດຍ​ ເຫດຜົນ​ສ່ວນ​ໃຫຍ່​​ແມ່ນ​ມາ​ຈາກ​ບັນຫາ​ເລື່ອງ​ການ​ເງິນ, ບໍລິ​ສັດ​ເຄືອ​ຂ່າຍ​ຈິ່ງ​ຖືກ​ເບິ່ງ​​ພາບ​ລວມໃນ​​ແງ່​ລົບ​ມາ​ໂດຍ​ຕະຫລອດ.
ແຕ່​ຫລັງ​ຈາກ​ນັ້ນ, ບໍ​ລິ​ສັດ​ເຄືອ​ຂ່າຍ​ຊື່ A…​ເປີດ​ຕົວ​ຂຶ້ນ​ແລະ​ປະສົບ​ຜົນສຳ​ເລັດ​ຍິ່ງ​ໃຫຍ່​ເກີນ​ຄາດ. ບໍລິສັດ​ເຄື່ອຂ່າຍ​ຫລາຍໆຄ້າຍກໍ່​ເປີດ​ຕົວ​ຂຶ້ນຕາມລຳດັບ​, ​ເຊິ່ງມີ​ຫລາຍ​ບໍລິສັດ​ທີ່​ມີ​ຊື່ສຽງໂດ​ງດັງ​ແລະ​ຍິ່ງ​​ໃຫຍ່​ມາຮອດ​ປະ​ຈຸ​ ບັນນີ້…​ແລະ​ມັນ​ກໍ່​ໄດ້​ພິສູດ​ຕົວ​ມັນ​ເອງ​ແລ້ວ​ວ່າ, ນີ້​ແມ່ນ​ທາງ​ອອກໜຶ່ງຂ​ອງຄົນ​ທີ່​ຢາກ​ເຮັດ​ວຽກ​ເສີມ, ຫລື​ຢາກເຮັດ​ເປັນວຽກ​ເຕັມ​ເວ​ລາ​ເປັນ​ເຈົ້າ​ຂອງ​ກິດຈະການ. ສຸດ​ທ້າ​ຍ, ທຸລະ​ກິດ​ເຄືອ​ຂ່າຍ​ຈິ່ງ​ຖືກ​ຍອມຮັບ​ຈາກ​ຄົນ​ໃນ​ສັງຄົມກວ້າງຂຶ້ນ. ຈົນ​ເຖິງ​ປະຈຸ​ບັນນີ້, ທຸລະ​ກິດ​ເຄືອ​ຂ່າຍ​ໄດ້​ສ້າງ​ກຸ່ມ​ຄົນເສດຖີ​ເງິ​ນລ້ານ(ບໍ່​ແມ່ນ​ລ້ານ​ກີບ)​ ແລະ​ປ່ຽນຊີວິດ​ພວກ​ເຂົາ​ເຈົ້າ​ເຫລົ່ານັ້ນຈາກໜ້າມື​ເປັນ​ຫລັງ​ມື, ຈາ​ກຄົນ​ຕົວ​​ເປົ່າກາຍ​ເປັນ​ຄົນ​ມີ​ຄົບ​ທຸກ​ສິ່ງ​ທຸກ​ຢ່າງ: ມີ​ເຮືອນ, ມີ​ລົດ, ມີ​ສຸຂະພາບ​ທີ​​ແຂງ​ແຮງ, ມີ​ເງິນ​ແລະ​ອິດສະຫລະພາບ​ທາງ​ເວລາຢ່າງ​ແທ້​ຈິງ

ນັກທຸລະກິດເຄືອຂ່າຍສ່ວນໃຫຍ່ຫລົ້ມເຫລວເພາະເຂົາບໍ່ມີຮູ້ສິ່ງນີ້

ແຕ່​ ອະດີດ​ມາ​ຈົນ​​ເຖິງ​ປະຈຸ​ບັນ​ທ່ານ​ໄດ້​ເຮັດ​ທຸລະ​ກິດ​ເຄືອ​ຂ່າຍ​ມາ​ຈັກ​ ບໍລິສັດ​ແລ້ວ?, ທ່ານ​ຫລົ້ມ​ເຫ​ລວຫລື​ປະສົບ​ຜົນສຳ​ເລັດ, ຖ້າ​ຫາກ​ທ່ານ​ກຳລັງ​ອ່ານ​ບົດ​ນີ້ຢູ່ຂ້າພະ​ເຈົ້າ​ຂໍ​ເດົາ​ເອົາ​ວ່າ: ທ່ານ​ກຳລັງ​ຫລົ້ມ​ເຫ​ລວຫລື​ຢູ່​ໃກ້​ຄວາມ​ຫລົ້ມ​ເຫ​ລວ​, ​​​ເພາະ​ບໍ່ມີ​ເຫດຜົນ​ໃດ​ທີ່​ນັກທຸລະກິດ​ເຄືອ​ຂ່າຍປະສົບ​ຜົນສຳ​ເລັດ​ຈະ​ເສຍ​ ເວລາ​ອ່ານ​ແມ່ນ​ບໍ່?, ​ແລະ​ກະ​ເຊື່ອທ່ານ​ກຳລັງ​ປະສົບ​ເຄາະ​ກຳອັນດຽວກັນກັບ​ຂ້າພະ​ເຈົ້າ​ໃນ​ອະດີດ. ລອງ​ມາ​ວິ​ເຄາະ​ສິ່ງ​ທີ່​ຂ້າພະ​ເຈົ້າ​ຂຽນຂ້າງ​ລຸ່ມ​ນີ້ວ່າ​ຖືກ​ຫລືບໍ່:
I. ຂາດ​ຜູ້ນຳ​ທີ່​​ໃຫ້​ຄຳ​ປຶກສາ​ທີ່ດີ: ທ່ານ ​ຮູ້​ບໍ່ວ່າ​ການ​ເຮັດ​​ເສິກ​ສົງຄາ​ມ​ແມ່ທັບ​ແມ່ນ​ຫົວ​ໃຈ​ສຳຄັນ​ທີ່​ຂາດ​ບໍ່​ ໄດ້, ທ່ານ​ເຄີຍ​ເບິ່ງໜັງຈີນ​ບໍ່? ​ເວລາ​ຕໍ່ສູ້​ກັນ​​ເຂົາ​ມັກ​ແນ​ເປົ້າ​ໄປ​ໃສ່​ແມ່ທັບ, ​ແມ່ທັບ​ຕາຍ​ກອງທັບ​ແຕກ. ​ການ​ເຮັດ​ທຸລະ​ກິດ​ເຄືອ​ຂ່າຍ​ບໍ່​ແຕກ​ຕ່າງ​ກັນ, ​ເຊິ່ງຕ້ອງ​ມີ​ກົນລະຍຸດ​ແລະ​ມີ​ການວາງ​ແຜນ​ຢ່າງ​ລະອຽດຮອບ​ຄອບ​ກ່ອນ​ລົງມື. ມີ 2 ວິທີ​ທີ່​ຜູ້ນຳ​ທ່ານຈະ​​ແນະນຳວິທີ​ການ​ໃນ​ການ​ເຮັດ​ທຸລະ​ກິດ​ເຄືອ​ຂ່າຍ​ ຫລັກໆຄື: ​ແບບ​ອອນ​ລາຍ​ແລະ​ແບບ​ອອບຟ໌ລາຍ.
ວິທີ​ທີ 1 ຜູ້ນໍາ​ຂອງ​ທ່ານ​ແນະນຳ​ໃຫ້​​ເຮັດ​ແບບ​ອອບຟ໌ລາຍ(​ແລະ​ກໍ່​ເປັນ​ວິທີ​ທີ່​ແນະນຳ​ກັນ​ແຜ່​ຫລາຍ): ແບບ ​ອອບຟ໌ລາຍ​ເປັນ​ວິທີ​ທີ່​ງ່າຍ​ໃນການ​ເຮັດ(ສ່ວນໝາກຜົນ​ຂອງ​ວິທີ​ນີ້, ທ່ານ​ທີ່ຢູ່​​ໃນ​ວົງ​ການ​ນີ້ຄົງ​ຈະ​ຮູ້​ແຈ້ງ), ບໍ່ຈຳ​​ເປັນ​ທີ່​ທ່ານ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ເຕັກ​ນິກຫລວງຫລາຍ​ກໍ່ສາມາດ​ເຮັດ ​ໄດ້, ຂໍພຽງ​ແຕ່​ໃນ​ເຮືອນ​ຂອງ​ທ່ານ​ມີ​ປຶ້ມຫລື​ເຈ້ຍ​ແລະ​ບິ​ກກໍ່​ເທົ່າ​ນັ້ນ: ລິດ​ລາຍ​ຊື່​​ຄົນ​ທີ່​ຮູ້​ຈັກອອກ​ມາ, ​ເຂົາ​ຈະຖາ​ມທ່ານ​ວ່າດຽວນີ້ທ່ານ​ມີ​ຄົນຮູ້​ຈັກ​​ກັບເພື່ອນ 5 ຄົນ​, ມີ​ເບີ​ໂທ​ເຂົາ​ບໍ່? ​ເຂົາຈະ​ແນະນຳ​ໃຫ້​ໂທ​ຊວນ​ເປີດ​ໂອກາດ​ທາງ​ທຸ​ລະ​ກິດ​ເລີຍ, ​ແລ້ວ​​ກໍ່ອະ​ທິບາຍ​ວ່າ​ຈາກ​ 5 ຄົນ​ນີ້, ​​ເຂົາກໍ່​ໄປ​ຊອກ​ອີກ 5 ຄົນ​ເປັນ 25 ຄົນ ​ແລະ 25 ຄົນ ກໍ່​ເພີ່ມ​ຂຶ້ນຕາມ​ກົດ​ທະວີ​ຄູນ, ຟັງ​​ແລ້ວ​ງ່າຍໆ, ມີ​ບາງ​ຄົນ​ເຂົາ​​ແນະນຳ​ວ່າມີຂັ້ນຕອນ​ໃນ​ການ​ຂຶ້ນຕຳ​ແໜ່ງ​ແລະ​ປະສົບ​ຜົນສຳ​ ເລັດ​ງ່າຍໆ, ຢາກ​ຖາມ​ຄືນ​ວ່າ​ມັນ​ງ່າ​ຍ​ແທ້ວ່າ?, ຫລື​ເປັນ​ຄຳ​ເວົ້າ​ທີ່​ເກີນ​ຈິງ, ຄັນ​ງ່າຍ​ເປັນ​ຫຍັງ​ນັກທຸລະກິດ​ເຄືອ​ຂ່າຍ​ຈຶ່ງ​ຕາຍ​ເອົາ​ຕາ​ຍເອົາ(ຕາຍ​ອອກ​ ຈາກ​ທຸລະ​ກິດ), ແລະ​ທ່ານ​ເຄີຍໝາຍ​ເຫດ​ແລ້ວ​ຖາມ​ຕົວ​ເອງ​ບໍ່ວ່າ 5 ຄົນ​ທີ່​ທ່ານ​ແນະນຳ​​​ເຂົາ​, ​ເຂົາສະໝັກກັບ​ທ່ານໝົດທຸກ​ຄົນ​ເລີຍ​ບໍ່, ຫລື​ເຂົາ​ບໍ່ສະໝັກນຳ​ຈັກ​ຄົນ​ເລີຍ, ຜ່ານ​ໄປ 10 ຄົນ​ແລ້​ວທ່ານ​ກໍ່ຍັງ​ຊວນເຂົ້າ​ຮ່ວມ​ທຸລະ​ກິດບໍ່​ໄດ້. ​ແລະ​ທ່ານ​ຮູ້​ບໍ່ວ່າ​ທ່ານ​ແມ່ນ​ຄົນທີ​ເທົ່າ​ໃດ​ທີ່​ຊວນ​ເຂົາ​ເຂົ້າ​ຮ່ວມ​ ທຸລະກິດ​ແບບ​ນີ້(ທ່ານອາດ​ຈະ​ເປັນ​ຄົນທີ 100 ​ໄປ​ແລ້ວ), ຜູ້ນັ້ນ​ມາ​ຊວນ​ວ່າ​ເຮັດ 3 ປີ​ແລ້ວ​ຊິ​ຮັ່ງມີ, ຜູ້ນີ້ມາ​ຊວນ​ວ່າ​ເຮັດ 5 ປີ​ແລ້ວ​ຊິ​ສຳ​ເລັດ​ແລະສຸດ​ທ້າ​ຍ​ມີ​ຄົນຈຳນວນນ້ອຍໜ້ອຍ​ທີ່​ສຳ​ເລັດ, ຖາມ​ວ່າ​ເຂົາ​ເຊື່ອ​ບໍ່? ຕອບ: ບໍ່. ​ແລ້ວ​ທ່ານ​ຈະ​ຊອກ​ສະມາຊິກ​ໃຫ້​ໄດ້​ຕາມ​ເປົ້າໝາຍທີ່​ວາງ​ອອກ​ໄດ້​ບໍ່? ທີ່​ສຳຄັນ​ຄົນ​ທີ່​ທ່ານ​ຊວນ​ເຂົ້າ​ຮ່ວມ​ທຸລະ​ກິດ​ນຳ​ເຂົາ​ເຮັດ​​ໄດ້​ບໍ່, ຫລື​ທ່ານ​ກໍາ​ລັງປ່ອຍ​​ໃຫ້ເຂົາ​ລອຍ​ຫລິ້ນຢູ່​ທະ​ເລກ​ວ້າງ.

ຮູ້ກ່ອນ​ທີ່​ທ່ານ​ຈະ​​ຕັດສິນ​ໃຈເຂົ້າ​ຮ່ວມ​ທຸລະ​ກິດ​ເຄືອ​ຂ່າ​ຍຢູ່​ລາວ​

ບໍລິສັດ​ທີ່​ທ່ານ​ຈະ​ເຂົ້າ​ຮ່ວມທຸລະ​ກິດ​ນຳມີ​ອອບຟ໌ຟິດສ໌​​​​ຢູ່​ລາວ​ແລ້ວ​ບໍ່?:
ຖ້າ​ບໍ່ມີ, ທ່ານ​ເຮັດ​ວຽກລຳ​ບາກ​ແນ່ນອນ, ຂ້າພະ​ເຈົ້າ​ເຄີຍ​ຜ່ານ​ມາ​​ແລະ​ຮູ້ວ່າ​ຍາກ​ຫລາຍ, ​ເພາະ​ໄປ​ຊວນ​ເຂົາ​ເຈົ້າ​ເທື່ອ​ໃດ​ເຂົາ​ຈະ​ຖາມ​ວ່າ​ມີ​ບໍລິສັດ​ຕັ້ງຢູ່​ລາວ​ ແລ້ວ​ບໍ່, ສາມາດ​ຊື້ສິນຄ້າ​, ​ຊຳລະ​ເງິນ​ແລະ​ຮັບ​ເງິນທີ່​ລາວ​ໄດ້​ເລີຍ​ບໍ່?. ທ່ານ​ຈົ່ງ​ພິຈະ​ລະນາ​ເສຍ​ກ່ອນ​ຫາກ​ມີ​ຄົນ​ມາ​ຊວນ​ທ່ານ​ແຕ່ສະຫມັກ, ຊື້​ສິນຄ້າ, ຊຳລະ​ເງິ​ນ​ແລະ​ຮັບ​ເງິນຍັງ​ຢູ່​ຕ່າງປະ​ເທດ​ທັງໝົດ, ​ໄປຮັບ​ສິນຄ້າ​ແລະ​ມາ​ສົ່ງສິນຄ້າສະມາ​ຊິກ, ​ສິ້ນ​ເປືອງ​ເວລາ​ແລະ​ຄ່າ​ໃຊ້ຈ່າຍ​ຫລາຍ. ຖ້າ​ຫາກ​ທ່ານ​ຢາກ​ຈະ​ເຮັດ​ທຸລະ​ກິດ​​ໃນ​ລັກສະ​ນະນີ້​ແນະນຳ​ທ່ານ​ໃຫ້​ເຮັດ​ ກັບ​ບໍລິສັດ​ທີ່​ຈົດ​ທະບຽນຖືກຕ້ອງ​ຕາມ​ກົດໝາຍຂອງ ສ.ປ.ປ.ລາວ. ຫລື​ໃນ​ກໍລະ​ນີທີ່​ທ່ານໝັ້ນ​ໃຈ​ວ່າ​ເຂົາ​ຈະ​ມາ​ເປີດ​ແນ່ນອນ(​ແຕ່​ບໍ່ທັນ​ໄດ້ ​ເປີດ​ເປັນ​ທາງ​ການ, ຍັງ​ຄົງເປັນ​ແຜນຢູ່)​ແນະນຳ​ໃຫ້​ທ່ານ​ສະ​ໝັກ​ເປັນ​​ເມັມ​ເບີ້​ໃນ​ແບບທີ່​ ລົງທຶນ​ຕໍ່າ​ສຸດ, ຫລັງ​ຈາກ​ທີ່​ບໍລິສັດ​ມາ​ເປີດ​ແລ້ວ​ຈິ່ງ​ອັບ​ເກດນຳ​ຫລັງ​ກໍ່​ໄດ້.

ເວລາ:
ສິ່ງ​ນີ້ກໍ່​ເປັນ​ປັນ​ຫາໜຶ່ງທີ່​ທ່ານ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່, ທ່ານ​ຈະ​ເປັນ​ລຸ້ນບຸກ​ເບີກ​ຫລື​ລຸ້ນທີ່​ຕະຫລາດ​ມັນ​ອີ່​ຕົວ​ແລ້ວ, ຊວນ​​ໃຜ​​ເຂົາກໍ່ຮູ້​ຊື່ບໍລິສັດໝົດ​ແລ້ວ, ດີ​ບໍ່ດີ​ເມື່ອນັດ​ພົບ​ກັນ​ເປີດ​ໂອກາດ​ທາງ​ທຸລະ​ກິດ​ເຂົາ​ອາດ​ຊວນ​ທ່ານ​ ເຂົ້າ​ຮ່ວມ​ທຸລະ​ກິດຕົວ​ດຽວກັນ​ກັບ​ທ່ານ​ກຳລັງ​ເຮັດ​ຢູ່. ​ເມື່ອທ່ານ​​ເປັນ​ລຸ້ນ​ບຸກ​ເບີກ​ກໍ່ມີ​ຄວາມ​ສ່ຽງ​ເພາະ​ເປັນ​ບໍລິສັດ​ ໄໝ່ບໍ່ຮູ້​ວ່າ​ຈະໝັ້ນຄົງ​ຫລືບໍ່? ​ແຕ່​ພ້ອມ​ດຽວກັນນັ້ນທ່ານ​ກໍ່ມີ​ໂອກາດ​ພ້ອມ​ກັນ​ກ້າວ​ໄປ​ສູ່​ຄວາມ​ສຳ​ເລັດ​ ກັບ​ບໍລິສັດ(ມາຍ​ເຖິງ​ທ່ານ​ບໍ່ຖິ້ມທຸລະ​ກິດ​ກາງ​ທາງ), ​ເພາະ​ມັນ​ເປັນ​ຕະຫລາດ​​ໃໝ່​ແລະ​ສົດທີ່​ຫລາຍໆຄົນ​ບໍ່ທັນ​ຮູ້, ໜ້າທີ່​ຂອງ​ທ່ານ​ຄື​ຕີ​ຕະຫລາດ​ໃຫ້​ແຕກ. ​ເມື່ອ​ຕະຫລາດ​ອີ່ມ​ຕົວ​ລະ: ໝັ້ນຄົງ​ແນ່ນອນ​ແມ່ນ​ບໍ? ​ແຕ່​ຄົນ​ຢືນ​ຢູ່​ທີ​​ເທົ່າ​ໃດ​ຂອງ​ສາຍ​ງານອົງ​ກອນ, ຫລື​ທ່າ​ນຢູ່​ທີ​ສຸດ​ທ້າຍໝູ່, ​ໄດ້​ແຕ່​ຕົບມື​ຊົມ​ເຊີຍ​ໃຫ້​ຄົນ​ທີ່​ເຮັດ​ມາ​ກ່ອນ​ທ່ານ​ຫລາຍ​ປີ​ທີ່​ສຳ​ ເລັດ​, ການ​ເຈາະ​ຕະຫລາດ​ຍາກ​ແນ່ນອນ, ທ້າ​ວ ກ ກໍ່ຮູ້, ທ້າວ ຂ ກໍ່​ເຮັດ. ທ່ານ​ແມ່ນ​ຄົນ​ທີ 20 ທີ່​ແນະນຳ​​ເຂົາ​ເຂົ້າ​ສູ່​ທຸລະ​ກິດ​ນີ້, ​ເຂົາ​ຕື່ນ​ເຕັ້ນບໍ່ນີ້? ຢ້າ​ແຕ່​ເຂົາ​ເວົ້າ​ວ່າ: ບໍ່ຕ້ອງ​ສະ​ເນີທຸລະ​ກິດນີ້​ນຳ​ເຮົາ, ​ເຮົາ​ຮູ້ໝົດ​ແລ້ວ.

ປະຫວັດຂອງຄວາມເປັນມາຂອງທຸລະກິດເຄືອຂ່າຍ

MLM ຄື​ຫຍັງ?
     ກາ ​ນຕະຫ​ລາດ​ຂາຍ​ຕົງ​ຫລາຍ​ຊັ້ນ Multi-level Marketing ຫລື​ທີ່​ຮຽກ​ກັນ​ວ່າ: ​ກາ​ນຕະຫຼາດ​ແບບ​ເຄືອ​ຂ່າຍ Network Marketing ນັ້ນ​ເປັນ​ຫຼັກ​ການຕະຫຼາດ​ທີ່​ໃຫ້​ຜູ້​ຄົນ​ຈຳນວນ​ຫລາຍ​ເຂົ້າ​ມາ​ມີ​ສ່ວນ​ ຮ່ວມ​ໃນ​ຂະ​ບວນ​ການ​ກະ​ຈາຍ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ໄປ​ສູ່ຜູ້​ບໍ​ລິ​ໂພກ, ໂດຍ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວນ​ການ​ຕ່າງໆ​ນັ້ນຈະ​ໄດ້ຮັບ​ຜົນ​ຕອບ​ແທນ​ ຈາກ​ກິດຈະກຳ​ທີ່​ເຮັດເຊັ່ນ: ​ແນະ​ນຳ​ສິນ​ຄ້າ​ໃຫ້​ຜູ້​ບໍລິ​ໂພກ, ອຸປະ​ໂພ​ກຄົນອື່ນໆເຂົ້າ​ມາ​ຮ່ວມ​ເປັນ​ຜູ້​ຈຳ​ໜ່າຍ​ສິນ​ຄ້າ, ໂດຍ​ແບ່ງ​ເປັນ​ຜົນ​ຕອບ​ແທນ​ຈາກ​ການເຮັດ​ທຸລະກິດ​ເປັນ​ຊັ້ນໆຫຼຸດ​ລື່ນ​ກັນ​ໄປ ​ຕາມ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ແບບ​ແຜນ. ດັ່ງ​ນັ້ນ, ​ຫນ້າທີ່​ຫລັກ​ໃນ​ກະ​ຈາຍ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ໄປ​ຍັງ​ຜູ້​ບໍລິໂພກ​ຕັ້ງ​ ແຕ່ການ​ໂຄສະ​ນາ​ສິນ​ຄ້າ, ຫາ​ຕົວ​ແທນ​ຈຳ​ໜ່າຍ, ຈັດ​ຈຳ​ໜ່າຍ, ການ​ຂາຍ, ຂົນ​ສົ່ງ​ໄປ​ຈົນ​ເຖິງ​ຜູ້​ບໍລິໂພກຈະ​ມີ​ຜູ້​ຮ່ວມ​ທຸລະກິດ​ເຂົ້າໄປ​ມີ​ສ່ວນ​ ຮ່ວມ​ເປັນ​ຈຳນວນ​ຫລາຍໂດຍ​ເຮັດ​ຫນ້າທີ່​ຕ່າງໆ​ກັນ​ໄປ, ເຮັດໃຫ້​ເກີດ​ການ​ຂັບ​ເຄື່ອນ​ທາງ​ກາ​ນຕະຫຼາດທີ່​ມີ​ສັກກະ​ຍະ​ພາບ​ສູງ​ຫລາຍ​ ແລະ​ມີ​ຄວາມ​ວ່ອງໄວໃນ​ການ​ກະ​ຈາຍ​ສິນ​ຄ້າ​ແລະ​ເປັນ​ທຸລະກິດ​ທີ່​ມີ​ຕົ້ນ​ທຶນ ​ໃນ​ການ​ເລີ່ມ​ຕົ້ນ​ທີ່​ຕ່ຳ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນຖ້າທຽບ​ໃສ່​ການ​ເຮັດ​ ທຸລະ​ກິດ​ປະ​ເພດ​ອື່ນໆ.
ປະຫວັດ​ຄວາມ​ເປັນ​ມາ​ແລະ​ວິວັດທະນາການ​ຂອງ MLM
      ການ​ຂາຍຕົງ​ນັ້ນ​ສາມາດ​ຍ້ອນ​ກັບ​ໄປ​ເປັນ​ເວລາ​ຍາວນານ​ພ້ອມໆ​ກັບ​ປະຫວັດສາດ​ ຂອງ​ມວນມະນຸດ, ກ່ອນ​ຈະ​ມີ​ການ​ໃຊ້​ເງິນ​ມະນຸດ​ເຮົາ​ແລກ​ປ່ຽນ​ສິນ​ຄ້າ​ລະຫວ່າງ​ກັນ​ໂດຍ​ກົງ, ຢ່າງໃດ​ກໍ່ດີ​ການ​ຂາຍ​ໃນ​ລັກສະນະ​ຂາຍຕົງ​ທີ່​ເປັນ​ແມ່​ແບບ​ຂອງ​ການ​ຂາຍ​ຕົງ​ ຍຸກ​ປະຈຸບັນ​ນີ້​ເລີ່ມ​ມາ​ເມື່ອ​ປະ​ມານ​ປີ 1740 ໂດຍ​ສອງ​ອ້າຍ​ນ້ອງ Edward ແລະ William Pattison ​ເຊິ່ງ​ເປັນ​ຜູ້​ຜະລິດ​ເຄື່ອງ​ໃຊ້​ຈາກ​ຊືນໄດ້​ກໍ່ການ​ເລ່​ຂາຍ​ສິນ​ຄ້າ​ໄປ​ ຕາມ​ເຮືອນ (​​ໃນ​ລັກສະນະ​ການ​ຂາຍຕົງ) ໂດຍ​ຈະ​ເດີນທາງ​ໃນ​ລົດ​ລາກ​ນ້ອຍໆບັນ​ທຸກ​ສິນ​ຄ້າ​ໄປ​ຂາຍ​ໃຫ້​ກັບ​ຜູ້​ ບໍລິໂພກ​ໂດຍ​ກົງ​ເຊິ່ງ​ຮຽກວ່າ: Yankee Peddler.

ທຸລະກິດ​ເຄືອ​ຂ່າຍ MLM ແມ່ນຫຍັງ? ທີ່ນີ້ມີຄຳຕອບ

     ທຸລະກິດ​ເຄືອ​ຂ່າຍ MLM ຫຍໍ້​ມາ​ຈາກ​ຄຳ​ວ່າ: Muti-level Marketing ​ເຊິ່ງ​ອາດຈະ​ເຄີຍ​ໄດ້​ຍິນ​ກັນ​ຄຸ້ນ​ຫູ​ເປັນ​ພາສາ​ລາວ​ເຮົາ​ວ່າ: ​ທຸລະກິດ​ຂາຍ​ຕົງ​ແບບ​ຫລາຍ​ຊັ້ນ ຫລື ທຸລະກິດ​ເຄືອ​ຂ່າຍ, ເພື່ອ​ໃຫ້​ງ່າຍ​ຕໍ່​ການ​ສື່​ສານ​ຈິ່ງຂໍ​ໃຊ້​ຄຳ​ວ່າ: ທຸລະກິດ​ເຄືອ​ຂ່າຍ.
     ທຸລະກິດ​ເຄືອ​ຂ່າຍ mlm ເປັນ​ລະບົບ​ທຸລະກິດ​ກາ​ນຕະຫລາດ​ທີ່​​ເກີດ​ຂຶ້ນມາ​ແຕ່​ດົນ​ນານຫລາຍ​ຮ້ອຍ​ປີ​ ແລ້ວ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ປະ​ເທດ​ທີ່​ພັດທະນາ​ແລ້ວ, ​ແຕ່​ອາດ​ຈະ​ຍັງ​​ເປັນ​ຮູບ​ແບບ​ທີ່​ໃໝ່ສຳລັບ​ປະ​ເທດ​ເຮົາ. ​ເປີດ​ໂອ​ກາດ​ໃຫ້​ຜູ້​​ອຸປະ​ໂພ​ກ, ບໍລິ​ໂພ​ກ​ສາມາດ​ໄດ້​ເປັນ​ເຈົ້າຂອງ​ທຸລະກິດ​ທີ່​ສ້າງ​ລາຍ​ໄດ້​ຈຳນວນ​ຫລາຍໂດຍ ​ບໍ່​ຕ້ອງ​ມີ​ຄວາມ​ສ່ຽງຫລາຍ​ແລະ​ບໍ່​ຕ້ອງ​ລົງ​ທຶນ​ເປັນ​ຈຳນວນ​ເງິນ​ຫລວງ​ ຫລາຍ​ຄື​ກັນກັບ​ການເຮັດທຸລະກິດ​ທົ່ວໆ​ໄປ, ພຽງ​ເລີ່ມ​ຕົ້ນ​ຈາກ​ການ​ໃຊ້ຜະລິດຕະພັນທີ່​ເຮົາ​ຊື້​ໃຊ້​ທົ່ວ​ໄປ​ໃນ​ ທ້້ອງຕະຫລາດ​: ​ແຟັບ, ສະບູ, ຢາສະຜົມ, ​ປະ​ເພດ​ເຄື່ອງ​ສຳ​ອາງ, ອາຫານ​ເສີມເປັນຕົ້ນ​​ແລ້ວ​ຫັນມາ​ຊື້ກັບ​ບໍລິສັດ​​ເຄືອ​ຂ່າຍນັ້ນໆແລະ​ເມື່ອ​ ເກີດ​ຄວາມ​ປະ​ທັບ​ໃຈ​ໃນ​ຕົວ​ຜະລິດຕະພັນ​ທີ່​ໃຊ້ກໍ່​ແນະ​ນຳ​ບອກ​ຕໍ່​ໃຫ້​ ຄົົນທີ່​ຮູ້​ຈັກ​ໄດ້​ໃຊ້​ຜະລິດຕະພັນ​​ນັ້ນ​ເໝືອນ​ກັບ​ຕົນ, ​ເປັນການ​ໂຄສະ​ນາ​ແບບ​ປາກ​ຕໍ່​ປາກ, ເມື່ອ​ມີ​ການ​ຊື້​ຜະລິດຕະພັນ​ໃຊ້​ຕາມ​ຄຳ​ບອກ​ເລົ່າ​ຈາກ​ຜູ້​ແນະ​ນຳ, ກໍ່​ຈະ​ເຮັດໃຫ້​ເກີດ​ຂະ​ບວນ​ການ​ເຄື່ອນ​ຍ້າຍ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ໄປ​ສູ່​ ຜູ້​ອຸ​ປະ​ໂພ​ກ, ບໍລິໂພກ​ໂດຍ​ກົງ, ໂດຍ​ບໍ່​ຕ້ອງ​ຜ່ານ​ຂະ​ບວນ​ການ​ໂຄສະນາ​ແລະ​ພໍ່​ຄ້າ​ຄົນ​ກາງເໝືອນ​ກັບ​ກາ​ ນຕະຫລາດຮູບແບບ​ເກົ່າ, ທີ່​ການ​ເຄື່ອນ​ຍ້າຍ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ສູ່​ຜູ້​ບໍລິໂພກ​ຈະ​ຕ້ອງ​ຜ່ານ​ ລະບົບ​ພໍ່​ຄ້າ​ຄົນ​ກາງ​ເຊິ່ງ​ເປັນ​ກຸ່ມ​ທີ່​ໄດ້ຮັບ​ກຳ​ໄລ​ສູງເຖິງ 60% ຈາກ​ການ​ຈັດ​ສົ່ງ​ສິນ​ຄ້າ​ມາສູ່​ຜູ້​ອຸ​ປະ​ໂພ​ກ, ບໍ​ລິ​ໂພກ. ເມື່ອ​ເກີດ​ຂະ​ບວນ​ການ​ເຄື່ອນ​ຍ້າຍ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ໄປ​ສູ່​ຜູ້​ອຸປະ​ ໂພ​ກ, ບໍລິໂພກ​ໂດຍ​ກົງ, ເຮັດໃຫ້​ບໍລິສັດ​ເຈົ້າ​ຂອງ​ຜະລິດຕະພັນ​ສາມາດ​ປະ​ຫຍັດ​ງົບ​ປະ​ມານ​ທີ່​ເປັນ​ ຄ່າ​ໂຄສະນາ​ໄດ້​ຫລາຍ, ​ເຊິ່ງ​ບໍລິສັດ​ຈະ​ນຳ​ງົບ​ຄ່າ​ໂຄສະ​ນາ​ທີ່​ປະ​ຫຍັດ​ໄດ້​ໄປ​ໃຊ້​​ໃນການ​ວິ​​​ ໄຈ, ພັດທະນາ​ຜະລິດຕະພັນ​ໃໝ່​ໆ​ໃຫ້​ດີ​ຂຶ້ນເພື່ອ​ໃຫ້​ຜູ້​ອຸປະ​ໂພ​ກ, ບໍລິ​ໂພກ​ໄດ້​ມີ​ໂອ​ກາດ​

 ເຄັດ​ລັບ​ໃນ​ການ​ເລືອກທຸລະກິດ​ເຄືອ​ຂ່າຍ MLMທີ່​ດີ​ທີ່ສຸດ

ການ ​ຈະ​ເລືອກ​ທຸລະກິດ​ເຄືອ​ຂ່າຍ MLM ຂາຍຕົງ​ທີ່​ດີ​ທີ່ສຸດ​ສຳລັບພວກ​ເຮົານັ້ນມັນເປັນ​ເລື່ອງ​ຍາກ, ກັບ​ຕົວ​ເລືອກ​ທີ່ມີ​ຫລວງຫລາຍ​ເຕັມ​ໄປຫມົດ​ໃນ​ຕະ​ຫລາດ​ຕອນ​ນີ້, ບາງ​ຄົນ​ເຈັບ​ປວດ​ແສນ​ສາ​ຫັດ​ເພາະ​ເລືອກ​ທຸລະກິດ​ຜິດ, ທີ່ອຸດ​ສາທຸ້ມເທ​ທັງ​ເງິນ​ແລະເວລາ, ແຮງ​ກາຍ​ແຮງ​ໃຈ​ສ້າງ​ທຸລະກິດ​ເຄືອ​ຂ່າຍໃຫ້​ຈະເລີນ​ເຕີບໂຕ​ແຕ່​ປາກົດ​ວ່າ​ ທຸລະກິດ​ນັ້ນ​ຕ້ອງ​ປິດ​ຕົວ​ລົງ​ເພາະ​ລົ້ມ​ລະ​ລາຍຫລື​ຖືກ​ຈັບ​ເນື່ອງ​ຈາກ​ ທຸລະກິດ​ເຂົ້າ​ຂ່າຍ​ຫຼອກລວງ​ປະຊາຊົນ.
ດັ່ງ​ນັ້ນ​ສິ່ງ​ທີ່​ຂ້ອຍຈະ​ແບ່ງ​ປັນ​ໃຫ້​ກັບ​ທຸກ​ທ່ານ​ໃນ​ມື້​ນີ້​ກໍ​ຄື: “ 15 ເຄັດ​ລັບ​ການ​ເລືອກ​ທຸລະກິດ​ເຄືອ​ຂ່າຍ MLM ຂາຍຕົງ​ທີ່​ດີ​ທີ່ສຸດ ທີ່​ຈະ​ຊ່ວຍ​ໃຫ້​ທຸກ​ ໆ ທ່ານ​ສາມາດ​ໃຊ້​ເປັນ​ຫົວຂໍ້​ເພື່ອ​ກວດ​ສອບ​​ແລະ​ຄັດ​ເລືອກທຸລະກິດ​ເຄືອ​ຂ່າຍ MLM ຂາຍຕົງ ເພື່ອ​ສ້າງ​ລາຍ​ໄດ້​ແລະ​ຊີວິດ​ທີ່​ດີກວ່າ​ໃນ​ມື້​ນີ້.
ແລ້ວ​ທຸລະກິດ​ເຄືອ​ຂ່າຍ MLM ຂາຍ​ຕົງ​ໃດ​ລະ​ທີ່​ຄື​ໂອ​ກາດ​ທີ່​ດີ​ທີ່ສຸດ: ທຸລະກິດ​ທີ່​ເຈົ້າ​ໄດ້​ເລືອກ​ເຮັດ​ໄປ​ແລ້ວ​ຫຼືກຳ​ລັງ​ເຮັດ​ຢູ່ ”. ເພາະ​ວ່າ, ​ມັນ​ບໍ່​ມີ​ທາງ​ລັດ​ໃນ​ການສ້າງ​ທຸລະກິດ​ແບບບໍ່​ຕ້ອງ​ສົງ​ໄສ, ​ເຈົ້າ​ອາດ​ໄດ້​ເຫັນ​ມາ​ໝົດ​ແລ້ວ, ທັງ​ພືດ​ພັນມະຫັດສະຈັນ​ກິນ​ແລ້ວ​ຫາຍ​ທຸກ​ພະຍາດ, ໄປ​ຈົນ​ເຖິງ​ນ້ຳ​ຫມາກໄມ້​ທີ່​ມີ​ອະ​ພິ​ນິ​ຫານກິນ​ແລ້ວ​ອ່ອນ​ເຍົາ​ພາຍ​ໃນ 7 ມື້…​ຂ້ອຍບໍ່​ໄດ້​ມາ​ເພື່ອ​ທີ່​ຈະ​ຊ່ວຍ​ເລືອກ​, ເພາະ​ທຸລະກິດ​ເຄືອ​ຂ່າຍ MLM ຂາຍຕົງ​ທີ່​ດີ​ທີ່ສຸດ​ນັ້ນ​ກໍ​ຄື: ທຸລະກິດ​ທີ່​ດີ​, ເໝາະ​ສົມ​ກັບ​ຕົວ​ເຈົ້າ​ຫລາຍ​ທີ່ສຸດ​ເທົ່າ​​ແລະ​ເຈົ້າ​ຕ້ອງແມ່ນ​ຄົນ​ເລື​ອກ​ ເທົ່າ​ນັ້ນ.

ເປັນຫຍັງ 2 ມະຫາເສດຖີຕ້ອງແນະນຳໃຫ້ເຮັດທຸລະກິດເຄືອຂ່າຍ

ເປັນ​ເລື່ອງ​ທີ່​ຊັອກ​ວົງ​ການ​ທຸລະກິດ​ໂລກເມື່ອ 2 ມະຫາ​ເສດ​ຖີ​ອະ​ເ​ມ​ລິ​ກາ
1. Robert Kiyosaki ເຈົ້າ​ຂອງ​ລິຂະ​ສິດ​ຫນັງສື Rich Dad Poor Dad
2. Donald Trump ນັກ​ທຸລະກິດ​ລະ​ດັບ 10,000 ລ້ານ​ຫລຽນ
ຂຽນ​ບົດ​ຄວາມ​ຮ່ວມ​ກັນ​, ແນະ​ນຳ​ໃຫ້​ໃຜ​ກໍ​ຕາມ​ທີ່​ຢາກ​ມີ​ທຸລະກິດ​ເປັນ​ຂອງ​ຕົວ​ເອງໃຫ້​ເລີ່ມ​ດ້ວຍ​ການເຮັດ Network Marketing ໃນ​ຫນັງສື Why We Want You To Be Rich ແລະ Why We Recommend Network Marketing
ເປັນຫຍັງ​ Robert Kiyosaki ​ເຖິງ​ແນະ​ນຳ​ທຸລະກິດ​ເຄືອ​ຂ່າຍ ຫລື MLM ໃຫ້​ກັບ​ຜູ້​ອື່ນ? ມີ​ຄົນ​ຖາມ​ຂ້ອຍ​ສະເໝີ​ວ່າ: ເປັນຫຍັງຂ້ອຍ​ຈຶ່ງ​ແນະ​ນຳ​ທຸລະກິດ​ເຄືອ​ຂ່າຍ​ໃຫ້​ກັບ​ຄົນ​ທົ່ວ​ໄປ?. ທັງ​ໆທີ່ຂ້ອຍ​ກໍ​ບໍ່​ໄດ້​ລ້ຳລວຍ​ຂຶ້ນ​ມາ​ຈາກ​ທຸລະກິດ​ກາ​ນຕະຫ​ລາດ​ແບບ​ເຄືອ​ ຂ່າຍ​​ເລີຍ, ຂ້ອຍ​ມີ​ເຫດຜົນ​ຢູ່​ຫລາຍ​ປະ​ການ​ທີ່​ເຮັດ​ເຊັ່ນ​ນີ້ແລະ​ນີ້​ແຫລະ​ຄື​ທີ່​ມາ​ ຂອງ​ຫນັງສື​ເຫລັ້ມນີ້:
ໂອ​ກາດ​ທີ 1: ໂອ​ກາດ​ໃນ​ການ​ຮຽນ​ຮູ້​ທຸລະກິດ​ທີ່​ຈະ​ປ່ຽນ​ແປງ​ຊີວິດ​ຂອງ​ເຈົ້າ​ບໍ່ແມ່ນ​ເລື່ອງ​ເງິນ
     ພວກເຂົາ​ມັກ​ຈະ​ເລົ່າ​ເຖິງ​ຄົົນທີ່​ສາມາດຫາ​ເງິນ​ໄດ້​ເຖິງ: ​ໜຶ່ງ​ແສນ​ຫລຽນ​ຕໍ່​ເດືອນ ຈາກ​ທຸລະກິດ​ຂອງ​ພວກເຂົາ​ໃຫ້​ຟັງ​ຢ່າງ​ຕື່ນ​ເຕັ້ນແລະ​ຂ້ອຍ​ກໍ່ໄດ້​ເຄີຍ​ພົບ​ ກັບ​ຄົນ​ເຫລົ່າ​ນັ້ນ​ແທ້ໆມາ​ແລ້ວ​. ຂ້ອຍ​ຈຶ່ງ​ບໍ່​ມີ​ຄວາມ​ສົງ​​ໃສ​ໃນ​ສັກກະ​ຍະ​ພາບ​ຂອງ​ການສ້າງ​ລາຍ​ໄດ້​ ຫລວງຫລາຍ​ຈາກ​ທຸລະກິດ​ເຄືອ​ຂ່າຍ​ເລີຍ.
ໂອ​ກາດ​ທີ 2: ໂອ​ກາດ​ໃນ​ການ​ປ່ຽນ​ມາ​ຢູ່​ດ້ານ​ຂວາ​ຂອງ​ເງີນ​ສີ່​ດ້ານ, ແທນ​ທີ່​ຈະ​ເປັນ​​ພຽງ​ແຕ່​ປ່ຽນວຽກ, ເຈົ້າ​ເຄີຍ​ໄດ້ຍິນ​ຄົນ​ເວົ້າ​ປະ​ໂຫຍກ​ຕໍ່ໄປ​ນີ້​ເລື້ອຍ​ໆຊ່ຳໃດ?


1. ຂ້ອຍ​​ຢາກ​ຈະ​ຢຸດ​ເຮັດວຽກ​ເສຍ​ທີ.
2. ຂ້ອຍ​ເບື່ອ​ແລ້ວ​ກັບ​ການ​ປ່ຽນ​ວຽກ.
3. ຂ້ອຍ​ຢາກ​ຈະ​ມີ​ລາຍ​ໄດ້​ຫລາຍກວ່າ​ນີ້, ແຕ່​ຂ້ອຍ​​ກໍ່ບໍ່​ຢາກ​ລາ​ອອກຈາກ​ງານ​ແລະ​ເລີ່ມ​ຕົ້ນ​ໃໝ່​ອີກ, ແລ້ວ​ຂ້ອຍ​​ກໍ່​ບໍ່​ຢາກ​ກັບ​ໄປ​ຮຽນ​ຫນັງສື​ເພື່ອ​ສຶກ​ສາ​ວິ​ຊາ​ອາຊີບ​ໃໝ່​ ໆອີກ.
4. ທຸກໆ​ເທື່ອ​ທີ່​ເງິນ​ເດືອນ​ຂຶ້ນ, ພາ​ສີ​ກໍ​ຂຶ້ນ​ຕາມ​ທຸກ​ທີ.
5. ຂ້ອຍ​​ເຮັດວຽກ​ໜັກ​ຫລາຍ​ແຕ່​ເຈົ້າ​ຂອງ​ບໍລິສັດ​ລວຍ​ຢູ່​ຄົນ​ດຽວ.
6. ຂ້ອຍ​ເຮັດວຽກ​ໜັກ​ຫລາຍ, ແຕ່​ຂ້ອຍ​​ກໍ່​ຍັງມີ​ບັນຫາ​ເລື່ອງ​ການ​ເງິນ​ຢູ່, ​ຂ້ອຍ​​ຄົງ​ຕ້ອງ​ວາງ​ແຜນ​ເລື່ອງ​ການ​ກະສຽນ​ຂອງ​ຂ້ອຍ​​ໃໝ່.
7. ຂ້ອຍ​ຢ້ານ​ວ່າ​ເທັກ​ໂນ​ໂລ​ຢີ​ໃໝ່​ໆຈະ​ເຮັດໃຫ້​ຂ້ອຍ​ເປັນ​ຄົນ​ຫລ້າ​ສະໄໝ​ໄປ​ເສຍ​ແລ້ວ.
8. ຂ້ອຍ​ແກ່​ເກີນ​ໄປແລ້ວ​ບໍ່​ສາມາດ​ເຮັດວຽກ​ໜັກ​ເຊັ່ນ​ນີ້​ຕໍ່ໄປ​ໄດ້​ອີກ​ແລ້ວ.
9. ຂ້ອຍ​ຮຽນ​ຈົບ​ທັນ​ຕະ​ແພດ, ແຕ່​ຂ້ອຍ​​ກໍ່​ເບື່ອ​ທີ່​ຈະ​ເປັນ​ທັນ​ຕະ​ແພດ​ແລ້ວ.
10. ຂ້ອຍ​ພຽງ​ແຕ່ຕ້ອງ​ການ​ຫາ​ຫຍັງ​ໃໝ່​ໆເຮັດ​ແລະ​ໄດ້​ມີ​ໂອ​ກາດ​ພົບ​ກັບ​ຄົນ​ ກຸ່ມ​ໃໝ່​ໆນຳ, ຂ້ອຍ​​ເບື່ອ​ທີ່​ຈະ​ຕ້ອງ​ເຮັດວຽກ​ກັບ​ຄົົນທີ່​ບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ ແລະ​ກໍ​ບໍ່​ມີ​ເປົ້າ​ໝາຍ​ໃນຊີວິດ, ຂ້ອຍ​​ເບື່ອ​ທີ່​ຈະ​ຕ້ອງ​ເຮັດວຽກ​ກັບ​ຄົົນທີ່​ເຮັດວຽກ​ໄປ​ວັນໆ, ແບບ​ຫາ​ເຊົ້າ​ກິນ​ຄ່ຳ​ແລະ​ບໍ່​ຢາກ​ທີ່​ຈະ​ເຮັດວຽກ​ກັບ​ບໍລິສັດ​ທີ່​ຈ່າຍ​ ເງິນ​ໃຫ້​ກັບ​ເຮົາ​ພຽງແຕ່​ເຮັດໃຫ້​ເຮົາ​ພໍ​ຢູ່​ໄດ້​ເທົ່າ​ນັ້ນ.
ໂອ​ກາດ​ທີ 3 : ໂອ​ກາດ​ທີ່​ຈະ​ເຂົ້າ​ສູ່​ດ້ານ B (ເຈົ້າ​ຂອງ​ກິດຈະການ) ດ້ວຍ​ຕົ້ນ​ທຶນ​ໃນ​ການ​ເລີ່ມ​ຕົ້ນ​ແລະ​ການ​ດຳ​ເນີນ​ງານ​ຕ່ຳ​ກວ່າ
     ໃນ​ລະຫວ່າງ​ທີ່​ຂ້ອຍ​ໄດ້ຮັບ​ເຊີນ​ໃຫ້​ໄປ​ບັນຍາຍ​ກ່ຽວກັບ​ເລື່ອງ​ທຸລະກິດ​ແລະ ​ການ​ລົງ​ທຶນ​ໃຫ້​ກັບ​ຜູ້​ຟັງ​ກຸ່ມ​ໜຶ່ງ​ທີ່​ໂບດ,  ກໍ່​ມີ​ຄົນ​ຄົນ​ໜຶ່ງ​ຖາມ​ຂ້ອຍ​ຂຶ້ນ​ວ່າ: ຖ້າ​ດ້ານ B ດີກວ່າ​ດ້ານ​ອື່ນ​ຫລາຍ​ເຖິງ​ຂະໜາດ​ນີ້, ເປັນຫຍັງ​ຄົນ​ສ່ວນ​ໃຫຍ່​ຈຶ່ງ​ບໍ່​ມີ​ເລີ່ມ​ຕົ້ນ​ກັນ​ທີ່​ດ້ານ B ເສຍ​ເລີຍ.
ມັນ​ກໍ​ຄົງ​ຈະ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ຈະ​ຕອບ​ຄຳ​ຖາມ​ນີ້ແລະ​ຖ້າ​ຈະ​ ຕອບ​ເອົາ​ແບບ​ງ່າຍໆວ່າ: ເພາະ​ຕົ້ນ​ທຶນ​ມັນ​ສູງ ”. ຄຳຕອບ​ນີ້​ກໍ່ອາດຈະ​ບໍ່​ໄດ້​ໃຫ້​ຄວາມຫມາຍ​ເຖິງ​ເລື່ອງ​ຕ່າງໆອີກ​ຫລາຍ​ເລື່ອງ ​ທີ່​ຄວບ​ຄຸມ​ກວ້າງ​ກວ່າ​ເລື່ອງ​ຂອງ​ເງິນ​. ມີ​ປັດ​​ໃຈ​ອື່ນໆອີກ​ຫລາຍຢ່າງ​ທີ່​ຈະ​ຕ້ອງ​ທຸ່ມເທ​ເຂົ້າໄປ​ເພື່ອ​ສ້າງ​ ທຸລະກິດ​ໃນ​ດ້ານ B ນີ້.
ໂອ​ກາດ​ທີ 4 : ໂອ​ກາດ​ທີ່​ຈະ​ໄດ້​ລົງ​ທຶນ​ໃນ​ທຸລະກິດ​ປະ​ເພດ​ດຽວ​ກັນ​ກັບ​ຄົນ​ລວຍ​ເຮັດ
     ຊ່ວຍ​ແນະ​ນຳ​ຂ້ອຍ​​​ໄດ້​ບໍ່​ວ່າ: ​ຈະ​ມີ​ວິທີ​ລົງ​ທຶນ​ໃນ​ອະ​ສັງ​ຫາ​ລິມະຊັບ​ຢ່າງໃດ​ໂດຍ​ທີ່​ບໍ່​ຕ້ອງ​ໃຊ້​ເງິນ​ດາວ?
ໂອ​ກາດ​ທີ 5 : ໂອ​ກາດ​ໃນ​ການສ້າງ​ຄວາມ​ຝັນ​ໃຫ້ເປັນ​ຈິງ, ພໍ່ລວຍ​ຂອງຂ້ອຍ​​ເຄີຍ​ເວົ້າ​ວ່າ ມີ​ຄົນ​ເປັນ​ຈຳນວນ​ຫລາຍ​ທີ່​ບໍ່​ມີ​ຄວາມ​​​ໃຝ່​ຝັນ​ອັນໃດ​ເລີຍ ”.
     “​ ເປັນເພາະອັນໃດລະ? ” ຂ້ອຍ​ຖາມ: “ ກໍ່ເພາະ​ວ່າ​ຄວາມ​ຝັນ​ເປັນ​ສິ່ງ​ທີ່​ມີ​ຕົ້ນ​ທຶນ ”, ຈຸດ​ປະ​ກາຍ​ຄວາມ​ໃຝ່​ຝັນ. ຄິມພັນລະຍາ​ຂອງ​ຂ້ອຍ​​ແລະ​ຕົວ​ຂ້ອຍ​ເອງໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ສັງສັນ​ ທີ່​ຜູ້​ນຳ​ລະ​ດັບ​ສູງ​ໃນ​ທຸລະກິດ​ເຄືອ​ຂ່າຍ​, ຈັດ​ຂຶ້ນ​ທີ່​ຄະ​ລື​ຫາດ​ຂອງ​ພວກເຂົາ ​ເຊິ່ງມີ​ພື້ນ​ທີ​ເຖິງ 17,000 ຕາ​ລາງ​ຟຸດ, ໃນ​ໂຮງ​ລົດ​ຂອງພວກເຂົາກໍ່​ມີ​ລົດ​ຈອດ​ຢູ່​ເຖິງ 8 ຄັນແລະ​ໜຶ່ງໃນ​ນັ້ນ​ກໍ​ເປັນ​ລົດ​ລິ​ມູ​ຊີນ, ນອກ​ຈາກ​ນີ້​ໃນ​ໂຮງ​ລົດ​ຂອງພວກເຂົາກໍ​ຍັງມີ​ບັນດາ​ຂອງ​ຫລິ້ນ​ຂອງ​ ພວກເຂົາເກັບ​ຢູ່​ດ້ວຍ, ຕົວ​ເຮືອນແລະ​ຂອງ​ຫລິ້ນ​ຂອງ​ພວກເຂົາ​ເປັນ​ສິ່ງ​ທີ່​ປະ​ທັບ​ໃຈ​ຂ້ອຍ​ຫລາຍ, ແຕ່​ສິ່ງ​ທີ່​ປະ​ທັບ​ໃຈຂ້ອຍ​ຫລາຍ​ທີ່ສຸດ​ກໍ​ຄື: ຊື່​ຖະໜົນ​ທີ່​ເຮືອນພວກເຂົາຕັ້ງ​ຢູ່​ເປັນ​ຊື່​ຖະໜົນ​ໂດຍ​ໃຊ້​ຊື່​ແລະ​ນາມ​ສະ ​ກຸນ​ຂອງ​ພວກເຂົາ, ພວກເຂົາ​ຕອບ​ວ່າ: ງ່າຍ​ຫລາຍ, ຂ້ອຍ​​ບໍລິຈາກ​ເງິນ​ສ້າງ​ໂຮງຮຽນ, ສ້າງ​ຫໍສະໝຸດ, ທາງ​ການ​ກໍ່​ເລີຍ​ຕັ້ງຊື່​ຖະໜົນ​ໃຫ້ເປັນ​ກຽດ​ກັບຂ້ອຍ​ ”. ຄຳ​ຕອບ​ນັ້ນ​ເອງ​ເຮັດໃຫ້​ຂ້ອຍ​​ຮູ້​ວ່າ​ຄວາມ​ຝັນ​ຂອງ​ພວກເຂົານັ້ນ​ໃຫຍ່​ກວ່າ ​ຂອງ​ຂ້ອຍ​​ຫລາຍ, ຂ້ອຍ​ຍັງ​ບໍ່ເຄີຍ​ມີ​ຄວາມ​ຝັນ​ທີ່​ຈະ​ມີ​ຊື່​​ແລະນາມສະ​ກຸນ​ຂອງ​ຂ້ອຍ​​ເປັນ​ ຊື່​ຖະໜົນຫລື​ບໍລິຈາກ​ເງິນ​ເພື່ອ​ສ້າງ​ໂຮງຮຽນ, ສ້າງ​ຫໍສະໝຸດ​ແບບ​ນີ້​ເລີຍ. ເມື່ອ​ກັບມາ​ຈາກ​ເຮືອນ​ຂອງ​ພວກເຂົາ, ໃນ​ຄືນ​ວັນ​ນັ້ນ, ຂ້ອຍ​​ຕະ​ໜັກ​ດີ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຂ້ອຍ​ຈະ​ຕ້ອງ​ເພີ່ມ​ຂະໜາດ​ຄວາມ​ຝັນ ​ຂອງ​ຂ້ອຍ​ເສຍທີ.
ໂອ​ກາດ​ທີ 6 : ຄຸນຄ່າ​ຂອງ​ທຸລະກິດ​ເຄືອ​ຂ່າຍ​ວັດ​ດ້ວຍອັນໃດ?
      ໃນ​ປີ 1974 ​ເຊິ່ງ​ເປັນ​ຊ່ວງ​ທີ່​ຂ້ອຍ​​ກຳ​ລັງ​ເຮັດວຽກ​ຢູ່​ກັບ ​ບໍລິສັດ ​ຊີ​ລັອກຊ໌​ ທີ່​ຮາ​ວາຍ ຂ້ອຍ​​ມີ​ບັນຫາ​ກ່ຽວກັບ​ການ​ຂາຍ​ເຄື່ອງ​ແຟກຊ໌​ຂອງ​ຊີ​ລັອກຊ໌​, ເພາະ​ວ່າ​ມັນ​ເປັນ​ສິນ​ຄ້າ​ໃໝ່ແລະ​ທີ່​ຍາກ​ໄປ​ກວ່າ​ນັ້ນ​ກໍ່ຄື​ຄຳ​ຖາມ​ທີ່​ ວ່າ:
ກິດຈະການ​ ທຸກ​ແຫ່ງ​ຈະ​ຕ້ອງ​ມີ​ເຄື່ອງ​ແຟກຊ໌​ຢ່າງ​ຫນ້ອຍ​ໜຶ່ງ​ເຄື່ອງ, ຄຸນຄ່າ​ຂອງ​ເຄື່ອງ​ແຟກຊ໌​ຍິ່ງ​ເພີ່ມ​ຫລາຍ​ຂຶ້ນ​ເມື່ອ​ເຄື່ອງ​ແຟກຊ໌​ເກີດ​ໂຍງ ​ໃຍ​ກາຍ​ເປັນເຄືອ​ຂ່າຍ​ຂຶ້ນ​ມາ ແລະ​ການ​ຂາຍ​ກໍ່​​ເຮັດໄດ້​ງ່າຍ​ຂຶ້ນ​ອີກ​ດ້ວຍ.
ມີໃຜ​ທີ່​ຊື້​ເຄື່ອງ​ນີ້​ໄປ​ແລ້ວ? ເວົ້າ​ອີກ​ຄວາມ​ໜຶ່ງ​ກໍ່​ຄື: ເຖິງ​ເຈົ້າ​ມີ​ເຄື່ອງ​ແຟກຊ໌​ແຕ່​ຖ້າ​ຄົນ​ອື່ນ​ພວກເຂົາ​ບໍ່​ມີ​ກັນ, ກໍ່ບໍ່​ມີ​ຄວາມຫມາຍຫຍັງ? ກ່າວ​ຄື​​ເຮົາ​ຈະ​ຕ້ອງ​ມີ​ເຄືອ​ຂ່າຍ​ຂອງ​ເຄື່ອງ​ແຟກຊ໌, ແຕ່​ຫລັງ​ຈາກ 10 ປີ​ຜ່ານ​ໄປ, ວັນ​ນີ້​ມີ​ຜູ້​ຄົນ​ໃຊ້​ເຄື່ອງ​ແຟກຊ໌​ກໍ່ມີ​ຫລາຍ​ຂຶ້ນ, ​ເກື​ອບທຸກ​ບໍລິສັດ​ຕ້ອງ​ມີຢ່າງໜ້ອຍ 1 ​ເຄື່ອງ.
ໂອ​ກາດ​ທີ 7 : ຄຸນຄ່າ​ທີ່​ເຈົ້າ​ປະ​ເມີນ​ຕົວ​ເອງ​ຈະ​ເປັນ​ຕົວ​ກຳນົດ​ສິ່ງ​ທີ່​ເຈົ້າ​ເປັນ​ໄດ້​ຢ່າງໃດ
     ລະຫວ່າງ​ທີ່​ຂ້ອຍ​ກຳ​ລັງ​ບັນຍາຍ​ເລື່ອງ​ການ​ເລີ່ມ​ຕົ້ນ​ແລະ​ການສ້າງ​ທຸລະກິດ ​ກໍ່​ມີ​ຜູ້​ເຂົ້າ​ຮັບ​ການ​ອົບຮົມ​ຄົນ​ໜຶ່ງ​ຖາມຂ້ອຍ​​ວ່າ:
ເປັນຫຍັງ​ຄຸນຄ່າ​ທີ່​ເຮົາ​ປະ​ເມີນ​ຕົວ​ເອງ​ຈິ່ງ​ມີ​ຄວາມ​ສຳຄັນ​? ”
ຂ້ອຍ​​ເຫັນ​ວ່າ​ຄຳ​ຖາມ ​ນີ້​ເປັນ​ຄຳ​ຖາມ​ທີ່​ສຳຄັນ, ຂ້ອຍ​​ຈຶ່ງ​ໄດ້​ໃຫ້​ເວລາ​ກັບ​ການ​ຕອບ​ຄຳ​ຖາມ​ນີ້​ຫລາຍ​​ແດ່, ແລ້ວ​ຂ້ອຍ​​ກໍ​ຕອບ​ວ່າ:
ກໍ່​ເພາະ​ວ່າ: ​ຄຸນຄ່າ​ທີ່​ເຮົາ​ປະ​ເມີນ​ຕົວ​ເອງ​ຈະ​ເປັນ​ຕົວ​ກຳນົດ​ສິ່ງ​ທີ່​ເຈົ້າ​ເປັນ
ໂອ​ກາດ​ທີ 8 : ໂອ​ກາດ​ໃນ​ການ​ພັດທະນາ​ທັກ​ສະ​ຄວາມ​ເປັນຜູ້​ນຳ​ຂອງ​ເຈົ້າ
     ຂ້ອຍ​ຍັງ​ຈຳ​ໄດ້​ດີ​ສະໄໝ​ທີ່​ຂ້ອຍ​​ເປັນ​ເດັກນ້ອຍ, ​ເບິ່ງ​ພໍ່​ຈົນ​ຂອງ​ຂ້ອຍ​ຢືນ​ເວົ້າ​ຢູ່​ເທິງ​ເວ​ທີ​ດ້ວຍ​ຄວາມຫມັ້ນ​ໃຈ​ແລະ​ ຈິງ​ໃຈ​ເພື່ອ​ກ່າວ​ຕ້ອນຮັບ​ບັນດາ​ເຈົ້າ​ຄູ​ທີ່​​ໄດ້ຮັບ​ການ​ບັນ​ຈຸ​ເຂົ້າ​ມາ ​ຢູ່​ເຂດ​ການສຶກສາ​ຂອງ​ທ່ານ​ໃນ​ແຕ່​ລະປີ.
     ຂ້ອຍ​​ມີ​ຄວາມ​ຮູ້ສຶກ​ພູູມໃຈ​ຫລາຍ​ທີ່​ໄດ້​ເຫັນ​ວ່າ​: ຄູ​ທຸກ​ຄົົນທີ່​ຢູ່ໃນ​ຫ້ອງ​ນັ່ງ​ຟັງ​ຢ່າງຕັ້ງ​ໃຈ
     ແລະ​ຫລາຍ​ເທື່ອ​ເຊັ່ນ​ກັນ, ຂ້ອຍ​ກໍ່​ໄດ້​ມີ​ໂອ​ກາດ​ເຝົ້າ​ເບິ່ງ​ພໍ່ລວຍ​ຂອງຂ້ອຍຢືນ​ເວົ້າ​ຢູ່​ເທິງ​ເວ​ ທີ​ກັບ​ລູກ​ຈ້າງ​ນັບ​ຮ້ອຍ​ຄົນໃນ​ງານລ້ຽງ​ສັງສັນ​ຂອງ​ບໍລິສັດ​ຂອງ​ທ່ານ​. ນອກ​ຈາກ​ນີ້​, ຂ້ອຍ​​ຍັງ​ເຄີຍ​ມີ​ໂອ​ກາດ​ນັ່ງ​ຢູ່​ຂ້າງຫລັງຫ້ອງ​ປະ​ຊຸມ​ໃນ​ຂະນະ​ທີ່ພໍ່ລວຍ​ ຂອງ​ຂ້ອຍ​ກຳ​ລັງ​ກ່າວ​ຄຳ​ປາ​​ໃສ​ກ່ຽວກັບ​ອະ​ດີດ, ປະຈຸບັນແລະ​ອະນາຄົດ​​ທຸລະກິດ​ຂອງ​ທ່ານ​ຕໍ່​ຄະນະ​ກຳມະການ​ບໍລິຫານ​ແລະ​ບັນດາ​ ພວກ​ຜູ້​ຖື​ຫຸ້ນ​ລາຍ​ໃຫຍ່ໃນ​ບໍລິສັດ​ຂອງ​ທ່ານ.
     ເຫດ​ທີ່​ເຮັດໃຫ້​ທຸລະກິດ​ການ​ຕະຫລາດ​ແບບ​ເຄືອ​ຂ່າຍ​ຍັງ​ຄົງ​ເຕີບ​ໃຫຍ່​ ຕໍ່ໄປ, ອະນາຄົດ​ຂອງ​ທຸລະກິດ​ການ​ຕະຫລາດ​ແບບ​ເຄືອ​ຂ່າຍ​ເບິ່ງ​ອອກ​ຈະ​ສົດ​ໃສ​ຫລາຍ​ ຍິ່ງ​ຂຶ້ນ ເພາະ​ການ​ປ່ຽນ​ແປງ​ທາງ​ເສດຖະກິດ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ທຸກວັນ​ນີ້​ມີ​ແນວ ​ໂນ້ມ​ທີ່​ຈະຊ່ວຍ​ຊຸກຍູ້​ຜູ້​ຄົນ​ໃຫ້​ເຂົ້າ​ສູ່​ທຸລະກິດຂຶ້ນ​ເລື້ອຍ​ໆດ້ວຍ​ ເຫດຜົນ​ຕໍ່ໄປ​ນີ້:
1. ຜູ້​ຄົນ​ຕ້ອງ​ການ​ທີ່​ຈະ​ມີ​ອິດສະຫລະພາບ​ຫລາຍ​ຂຶ້ນ
2. ຜູ້​ຄົນ​ຕ້ອງ​ການ​ຄວາມ​ຮັ່ງມີ​ຫລາຍ​ຂຶ້ນ
3. ກອງ​ທຸນ​ເງິນກະສຽນ​ອາ​ຍຸ​ກຳ​ລັງ​ຈະ​ຖືກ​ຍົກ​ເລີກ
4. ຜູ້​ຄົນ​ຈະ​ຕະ​ໜັກ​ຫລາຍ​ຂຶ້ນ
5. ໂລກ​ກໍ່​ຈະ​ຕື່ນ​ຕົວ​ຂຶ້ນ
6. ການ​ຕົກ​ຕ່ຳ​ອາດຈະ​ບໍ່​ເກີດ​ຂຶ້ນ
     ເພື່ອ​ທີ່​ຈະ​ປ່ຽນ​ວິທີ​ການ​ຄິດ​ກ່ຽວກັບ​ເລື່ອງ​ການ​ເງິນ​ຈາກ​ພາຍ​ໃນ, ຄຳ​ຕອບ​ຂອງ​ຂ້ອຍ​​ກໍ​ຄື: ມີ​ຫລາຍ​ວິທີນຳກັນ​ທີ່​ເຮົາ​ຈະ​ຫາ​ພີ່​ລ້ຽງ​ໃຫ້​ກັບ​ຕົວ​ເອງ​ໄດ້ສຳລັບ​ ຕົວຂ້ອຍ​ເອງ, ຂ້ອຍ​​ມີ​ພີ່ລ້ຽງ​ຢູ່​​ນຳກັນ​ຫລາຍ​ຄົນແລະ​ພີ່​ລ້ຽງ​ທີ່​ຢ້ຽມ​ທີ່ສຸດ​ທີ່​ ຂ້ອຍ​​ໄດ້​ພົບ​ກໍ​ຄື: ຫ້ອງ​ສະໝຸດ​ເທບ​ຂອງ ​ໄນ​ຕິງ​ເກລ ໂຄ​ແນນຕ໌. ໃນ​ປີ 1974 ເມື່ອ​ລາ​ອອກຈາກ​ກອງທັບ​ເຮືອ​ແລະ​ສະໝັກ​ເຂົ້າ​ເຮັດວຽກ​ກັບ​ ບໍລິ​ສັດ ​ຊີ​ລັອກຊ໌ ຂ້ອຍ​​ຕະ​ໜັກ​ດີ​ວ່າ: ຂ້ອຍ​​ຈຳເປັນ​ຕ້ອງ​ຮຽນ​ຮູ້​ທັກ​ສະ​ຜູ້​ນຳ​ແບບ​ໃໝ່, ທັງໆທີ່​ທັກ​ສະ​ຜູ້​ນຳ​ທີ່​ຂ້ອຍ​​ໄດ້​ຮຽນ​ຮູ້​ຈາກ​ກອງທັບ​ເຮືອ​ຈະ​ເປັນ​ສິ່ງ ​ທີ່​ມີ​ຄ່າ​ເຫລືອປະ​ມານກໍ່ຕາມ, ແຕ່​ມັນ​ກໍ່ບໍ່​ສາມາດ​ນຳ​ມາ​ໃຊ້​ໄດ້​ໃນ​ໂລກ​ຂອງ​ການ​ດຳ​ເນີນ​ທຸລະກິດ.
ທີ່​ມາ: ຫນັງສື​ພ່ອນ​ລວຍ​ສອນ​ລູກຊຸດ: ​ໂຮງຮຽນ​ສອນ​ທຸລະກິດ

ເງິນ­ສີ່­ດ້ານ: ແຫລ່ງ­ທີ່­ມາ­ຂອງ­ລາຍ­ໄດ້ທີ່​ຄົນ​ຫລວງ​ຫລາຍປະຕິ​ເສດ​ຈະ​ຮັບ​ຮູ້

     ສະຫລຸບ­ເງິນ­ສີ່­ດ້ານຈາກ­ຫນັງສື: ພໍ່ລວຍສອນ­ລູກ RichDad PoorDad ຂອງ Robert Kiyosaki ເປັນ­ຈຸດ­ເລີ່ມ­ຕົ້ນ­ຂອງ­ຄົນທີ່­ຕ້ອງການຮຽນ­ຮູ້­ວ່າ­ວິທີ­ການ­ຄວບ­ ຄຸມ­ຕົວເອງ­ດ້ານ­ການເງິນ, ວ່າ­ຈະ­ເຮັດ­ຢ່າງໃດ?
ໂລ­ເ­ບີ​ດຕ໌ ຄິ­ໂຍ­ຊາ­ກິ ໄດ້­ສ້າງ­ແນວ­ຄິດ­ໃນການ­ຮຽນ­ຮູ້­ວິທີ­ການ­ຫາ­ເງິນແບ່ງ­ອອກ­ເປັນ4ວິທີດັ່ງລຸ່ມນີ້:
E (Employee) ໝາຍ­ເຖິງ: ລູກ­ຈ້າງ
- ຮັບ­ຄ່າ­ຕອບ­ແທນ­ເປັນ­ເງິນລາຍ­ເດືອນ, ລາຍ­ວັນ, ລາຍ­ອາທິດ.
-
ລາຍ­ໄດ້­ຕາມ­ຕຳແໜ່ງ­ງານ­ທີ່­ໄດ້ຮັບ­ມອບໝາຍ.
-
ນາຍ­ຈ້າງ­ເປັນ­ຜູ້­ກຳນົດ­ວິ­ຖີ­ຊີວິດ­ແລະເງິນ­ເດືອນ­ໃຫ້­ເຈົ້າ.
-
ຂາດ­ອິດສະຫລະພາບ, ຕ້ອງ­ເຊັນ­ຊື່, ຕອກ­ບັດ­, ຂຽນ­ໃບ­ລາ.
-
ຕົກ­ງານ­ເທົ່າ­ກັບ­ລົ້ມ­ລະ­ລາຍ (ການ­ຕົກ­ງານ 3 ເດືອນ ບໍ່­ແຕກ­ຕ່າງ­ຈາກ­ຄົນ­ລົ້ມ­ລະ­ລາຍ)
-
ຢູ່ໃນ­ວົງ­ຈົນ­ໜີ້­ສິນ­ບໍ່­ຮູ້­ຈົບ, ຍິ່ງ­ເຮັດວຽກຍິ່ງ­ເປັນ­ໜີ້.
-
ລາ­ຊາ­ເງິນ­ຜ່ອນ: ຜ່ອນ­ເຮືອນ, ຜ່ອນ­ລົດແລະອື່ນໆ.
ຕົວ­ຢ່າງເຊັ່ນ: ຂ້າ­ລາດຊະ­ການລັດ­ວິ­ສາ­ຫະກິດ, ພະ­ນັກ­ງານບໍລິສັດພະນັກງານລາຍວັນເປັນ­ຕົ້ນ.   
S (Self-employed) ໝາຍ­ເຖິງ: ການເຮັດທຸລະກິດ­ສ່ວນ­ຕົວ.
- ຂາຍ­ເວລາ­ແລກ­ກັບ­ເງິນ, ຈ້າງ­ຕົວ­ເອງເຮັດວຽກ.
-
ມັກ­ຄິດ­ເອງ­ເຮັດ­ເອງ, ຄວບ­ຄຸມ­ທຸກ­ຢ່າງດ້ວຍ­ຕົວ­ເອງ, ບໍ່­ໄວ້­ໃຈ­ຄົນ­ອື່ນ.
-
ອາ​ໃສ­ປະສົບການ­ສະເພາະ­ຕົວ, ຢຸດ­ງານຄື: ຂາດ­ເງິນ.
-
ພໍ້­ຄູ່­ແຂ່ງ­ທີ່­ມີ­ທຶນຫລາຍ­ກວ່າ, ມີ­ກຳ­ລັງຫລາຍກວ່າ. ແຂ່ງ­ຂັນ­ສູງ.
-
ທົນ­ເຮັດ­ເພາະ­ມັກ­ຫລື­ຖະຫນັດ, ແຕ່­ຂາດອິດສະຫລະພາບ.
ຕົວ­ຢ່າງ­ເຊັ່ນ: ຮ້ານ­ອາຫານ, ຄຣີ­ນິກ, ຮ້ານ­ຂາຍ­ເສື້ອ­ຜ້າ, ຮ້ານ­ຂາຍ­ຂອງ­ຕ່າງໆ ເປັນ­ຕົ້ນ
B (Business Owner) ໝາຍ­ເຖິງ: ເຈົ້າຂອງ­ທຸລະກິດ
- ຕ້ອງ­ໃຊ້­ເງິນ­ທຸນ­ສ້າງ­ລະບົບ­ທຸລະກິດ.
-
ຫາ­ຄົນ­ເກັ່ງ­ໆມາ­ເຮັດວຽກ, ມາບໍລິຫານ­ງານ.
-
ບໍ່­ເຮັດ­ກໍ່­ມີ­ລາຍ­ໄດ້, ສ້າງ­ລາຍ­ໄດ້­ຈາກລະບົບ.
-
ບໍລິສັດ­ໃຫຍ່ມີ­ເຄືອ­ຂ່າຍ­ຫລື­ສາ­ຂາ
-
ລະບົບ­ແຟ­ນ­ໄຊນ໌, ເກັບ­ຄ່າ­ລິຂະ­ສິດ
-
ການຕະ­ລາດ­ແບບ­ເຄືອ­ຂ່າຍ, ທຶນຫນ້ອຍ, ມີ​ຄວາມສ່ຽງຫ­ນ້ອຍ.
ເຊັ່ນ: ທຸລະ​ກິດ​ເຄືອ­ຂ່າຍ MLM ເປັນ­ຕົ້ນ, ການ­ກິດຈະການ­ໃຫຍ່​ໃຫ້ບໍ​ລິ​ການ​ດ້ານ​​ໂທລະ​ຄົມມະນາຄົມ,​ ​ແຟນ​ໄຊ​ສ໌​​ໃນ​ຮູບ​ແບບ​ມິ​ນິມາກ, ເຈົ້າ­ຂອງ­ແຟ­ນ­ໄຊສ໌ ແມກ­ໂດ­ນັລ, 7-11.
I (Investor) ໝາຍ­ເຖິງ: ນັກ­ລົງ­ທຶນ
- ບໍ່­ໄດ້­ເຮັດວຽກ­ເພື່ອ­ເງີນ, ມີ­ເງີນ­ເຫລືອ­ໃຊ້
-
​ເບິ່ງຜົນ­ຕອບ­ແທນ­ຈາກ­ການ­ປັນ­ຜົນ,  ດອກ­ເບ້ຍ.
-
ຊື້­ກິດຈະການ­ມາ­ປັບປຸງ, ແລ້ວ­ຂາຍ­ຕໍ່
-
ສ້າງ­ລະບົບ­ຫາ­ເງິນ, ນຳ­ເງິນ­ມາ­ສ້າງ­ເງິນ
ຕົວ­ຢ່າງ­ເຊັ່ນ: ນັກ­ລົງ­ທຶນຕະຫລາດ­ຫຸ້ນ, ນັກ­ຄ້າ­ທີ່­ດິນເປັນ­ຕົ້ນ  
     ໂລ­ເບີ​ດຕ໌ ຄິ­ໂຍ­ຊາ­ກິ ໄດ້­ວິ­ເຄາະ­ວ່າ: ການເຮັດວຽກງານ­ງານ­ປະຈຳ (E) ບໍ່­ເຮັດໃຫ້­ຮັ່ງມີ­ໄດ້, ມີ­ແຕ່­ໜີ້­ສິນ, ຖ້າ­ຕ້ອງ­ການຄວາມ­ສຳ­ເລັດຕ້ອງ­ເປັນ­ເຈົ້າ­ຂອງ­ທຸລະກິດເທົ່າ­ນັ້ນ, ແຕ່­ເຈົ້າ­ຈະ­ມີ­ໂອ­ກາດ­ສ້າງ­ທຸລະກິດ­ຂອງ­ຕົວ­ເອງ­ດ້ວຍ­ເງິນ­ທຶນ­ທີ່­ ມີ­ຢູ່­ຫລາຍຫນ້ອຍ­ພຽງ­ໃດ, ຈິ່ງ­ແບ່ງ­ທຸລະກິດ­ອອກ­ເປັນ 2 ປະ­ເພດຄື:
1. ລວຍ­ແຕ່­ຢຸດ­ເຮັດ­ບໍ່­ໄດ້, ນັ້ນ­ໝາຍ­ເຖິງ: ລາຍ­ໄດ້­ມາ­ຈາກ­ຕົວ­ເຈົ້າ­ເອງຫລື­ສິ່ງ­ທີ່­ເຈົ້າລົງ­ມື­ເຮັດ­ເອງ (S: Self-employed).  
2. ລວຍ­ແລ້ວ­ຢຸດ­ເຮັດ­ຍັງມີ­ລາຍ­ໄດ້ໝາຍເຖິງ: ການສ້າງ­ລາຍ­ໄດ້­ຈາກ­ລະບົບ­ທີ່­ເຈົ້າສ້າງ­ສຳ­ເລັດ­ໄວ້­ແລ້ວ (B: Business Owner).
ສຳລັບ­ນັກ­ລົງ­ທຸນ (I: Investor) ນັ້ນເໝາະ­ສຳລັບ­ຄົົນທີ່­ມີ­ເງິນ­ເຫລືອ, ບໍ່­ຮູ້­ວ່າ­ຈະ­ເອົາ­ໄປ­ເຮັດຫຍັງ, ລົງ­ທຸນ­ຫລິ້ນ­ ຫລື­ເຮັດ­ບຸນ­ກຸສົນ, ສ້າງມູນ­ລະນິ­ທິ­ເພື່ອ­ປະໂຫຍດ­ຂອງ­ຄົນອື່ນ?        
     ກາ­ນຕະຫ­ລາດ­ເຄືອ­ຂ່າຍ: ເປັນ­ທຸລະກິດ­ທີ່ ທ່ານ ໂລ­ເບີດ­ຕ໌­ ໄດ້­ມີ­ໂອ­ກາດ­ເຂົ້າໄປ­ສຶກ­ສາ­ຢ່າງຈິງ­ຈັງ, ເປັນ­ເຫມືອນ­ໂຮງຮຽນ­ສອນ­ນັກ­ລະກິດ, ທີ່ຊ່ວຍ­ໃຫ້­ເຈົ້າ­ສາມາດ­ເກັບ­ກ່ຽວ­ລາຍໄດ້­ຈາກ­ລະບົບ­ທີ່­ສ້າງ­ໄວ້, ມີ­ຄວາມ­ປອດໄພ­ທີ່ສຸດ, ເງິນ­ທຶນຫ­ນ້ອຍ, ຄວາມ­ສ່ຽງຫນ້ອຍ, ບໍລິສັດ­ການ​ຕະຫລາດເຄືອ­ຂ່າຍ­ທີ່ດີ­ຈະ­ຕ້ອງ­ມີ­ລະບົບ­ພັດທະນາ­ຕົວ­ ເຈົ້າ­ຢ່າງສົມບູນ­ແບບ (ໂດຍ­ສອນ­ໃຫ້­ເຈົ້າ­ເປັນນັກທຸລະກິດ, ເພື່ອ­ເປັນ­ເຈົ້າ­ຂອງ­ທຸລະກິດ. ບໍ່ແມ່ນ­ສອນ­ໃຫ້­ເຈົ້າ­ເປັນ­ເຊວ­ແມນ­ຫລື­ພຽງເຮັດໃຫ້­ເຈົ້າ­ມີ­ລາຍ­ ໄດ້­ໄປ­ວັນໆ, ບົນ­ຄວາມຫມັ້ນຄົງ­ທີ່­ບໍ່­ແນ່ນອນ.
     “ ຄົນທີ່­ລວຍ­ທີ່ສຸດ­ໃນ­ໂລກລ້ວນ​ແຕ່ສະ​ແ­ຫວງຫາການສ້າງ­ເຄືອ­ຂ່າຍ, ໃນ­ຂະນະ­ທີ່ຜູ້­ຄົນ­ສ່ວນ­ໃຫຍ່­ກຳ­ລັງ­ຫາ­ວຽກ­ປະຈຳເຮັດ ​” ໂລ­ເບີດ­ຕ໌ ຄິ­ໂຍ­ຊາ­ກິ ແນະ­ນຳ­ວິທີ­ການ­ຫາເງິນ­ທີ່­ດີ­ທີ່ສຸດ­ໃນ­ສະຕະວັດ­ນີ້:
      ຫາກ­ເຈົ້າ­ມີ­ຄວາມ­ຝັນ­ໃນ­ການສ້າງ­ທຸລະກິດອັນ­ຍິ່ງ­ໃຫຍ່ຫລື­ມີ­ສິນ­ ຄ້າ­ອັນ­ດີ­ຢ້ຽມ­ປານ­ໃດກໍ່ຕາມ, ຫົນ­ທາງ­ດຽວ­ທີ່­ຈະ­ນຳ­ທ່ານ­ສູ່­ຄວາມສຳ­ເລັດ­ມີ­ລາຍ­ໄດ້­ທີ່­ຫມັ້ນຄົງ­ ຢັ້ງ­ຢືນ, ກຽດຕິຍົດ, ລາງ­ວັນກໍ­ຄື: ການ­ຂະຫຍາຍເຄືອ­ຂ່າຍ­ແລະ­ການ­ຈັດ­ຈຳ­ໜ່າຍ­ສິນ­ຄ້າເຫລົ່າ­ນັ້ນ­ສູ່­ມື­ຜູ້­​ ອຸປະ​ໂພ​ກ, ບໍລິ­ໂພກ­ຢ່າງ­ມີປະ­ສິດ­ທິພາບ?
TEL 020 5996 2888 / 2222 8597