Sunday, July 03, 2011

9 ສີ່ງສຳຄັນສູ່ຄວາມສຳເລັດໃນ Network Marketing

   
ສີ່ງທີ່ຈະເປັນຕົວກຳນົດອານາຄົດ ແລະ ຄວາມສຳເລັດຂອງເຈົ້າບໍ່ແມ່ນ '' ເງີນ '' ແຕ່ເປັນ '' ທັກສະທີ່ເຈົ້າມີຢູ່ '' ເພາະ''
- ຖ້າເຈົ້າມີເງີນ ແຕ່ບໍ່ມີທັກສະໃນການຫາເງີນ ເຈົ້າກະຍັງຈົນຢູ່
- ຖ້າເຈົ້າມີເງີນ ແຕ່ບໍ່ມີຄວາມປາດຖະໜາອັນແຮງກ້າ ເຈົ້າຈະໄປຢູ່ບ່ອນໃດ?
- ຖ້າເຈົ້າມີເງີນ ແຕ່ບໍ່ມີຄວາມກ້າ ເຈົ້າຈະໝົດກຳລັງໃຈ
- ຖ້າເຈົ້າມີເງີນບໍ່ຫລາຍ ແຕ້ມີຄວາມກ້າຢ່າງຫລົ້ນເຫລືອ ນັ້ນແຫລະ ເປັນຄຸນສົມບັດທີ່ເຈົ້າຕ້ອງການ ແລະ ຕ້ອງມີ
•ເວລາເຮົາຊອກຫາຄົນເຂົ້າເຄືອຂ່າຍ ຢ່າເບີ່ງຫາສະເພາະຄົນທີ່ມີເງີນສະເໜີໄປການມີເງີນບໍ່ໄດ້ເຮັດໃຫ້ປະສົບຄວາມສຳເລັດ
ແຕ່ສີ່ງທີ່ຈະເຮັດໃຫ້ປະສົບຄວາມສຳເລັດຫລືເກີດສີ່ງໃໝ່ໆຂື້ນຄື ຄວາມຕັ້ງໃຈທີ່ຈະທຳຫຍັງຈັກຢ່າງ  ຄວາມສະຫລາດ ຄວາມຊ່າງຄິດ ແລະ ການຕົກລົງໃຈພະຍາຍາມເຮັດຫຍັງຈັກຢ່າງ
ຂ້ອຍສາມາດບອກວິທີທີ່ຈະລວຍໃຫ້ເຈົ້າໄດ້..
ເຊີ່ງມັນເປັນເລື້ອງລາວທີ່ຄຮາດຊິກສຳລັບທຸລະກິດນີ້
ເມື່ອຍຂ້ອຍພະຍາຍາມທີ່ຈະຊັກຊວນຜູ້ຄົນເຂົ້າຮ່ວມທຸລະກິດ ແລະ ຖ້າເຂົາເຫລົ່ານັ້ນບອກວ່າບໍ່ມີເງີນ ຂ້ອຍຈະບອກວ່າ '' ຂ້ອຍຈະຫາເງີນໃຫ້ເຈົ້າພາຍໃນ 3 ເດືອນ!'' ຂ້ອຍຈະບອກວິທີຫາເງີນໃຫ້ເຈົ້າໂດຍ'' ບໍ່ຕ້ອງໃຊ້ເງີນຈັກບາດດຽວ''
ແຕ່ກົດຂອງຂ້ອຍກໍ່ຄື ກ່ອນອື່ນເຈົ້າຕ້ອງມີຄວາມປາດຖະໜາອັນແຮງກ້າເສຍກ່ອນ ບໍ່ວ່າເຈົ້າຈະມີເງີນຫລືບໍ່ກໍ່ຕາມ
ແລ້ວຂ້ອຍຈະບອກວິທີລວຍໃຫ້ກັບເຈົ້າ..

ສະບາຍດີ
ມື້ນີ້ເຈົ້າຈະໄດ້ຮຽນຮູ້ຫລັກສູດຂອງ Attraction sponsoring ເຖີງ 9 ສີ່ງທີ່ສຳຄັນທີ່ຂ້ອຍຢາກແນະນຳຈະມາບອກເຄັດລັບທີ່ຈະເຮັດໃຫ້ປະສົບຄວາມສຳເລັດໃນ Network Marketing ຖ້າເຈົ້າເປັນຄົນນື່ງທີ່ຄິດຈະທຳທຸລະກິດຢ່າງຈິງຈັງນີ້ຄືເຄັດລັບທີ່ເຈົ້າຕ້ອງຮັບຮູ້.

ຈາກປະສົບການຂາຍແລະການໃຫ້ບໍລິການຂອງເຈົ້າ ເຈົ້າສາມາດໃຊ້ວິທີແຊ່ເລື້ອງນີ້ຢ່າງງ່າຍໆ ດ້ວຍຄວາມຕື່ນເຕັ້ນແລະຄວາມເຊື່ອໜັ້ນໃນໃນການຜະລິດພັນແລະໂອກາດທາງທຸລະກິດຂອງເຮົາ ແລະ ທັນທີທີ່ລູກຄ້າຕ້ອງການຜະລິດຕະພັນ ເຈົ້າໃຫ້ລູກຄ້າຈ່າຍເງີນລ່ວງໜ້າແລ້ວຮີບນຳສົ່ງຜະລິດຕະພັນມາໃຫ້ລູກຄ້າທັນທີ ເມື່ອເຈົ້າເຮັດວີທີນີ້ 3 - 4 ຄັ້ງ ເຈົ້າກໍ່ຈະມີທັກສະໃນການຊື້ໃນການຂາຍ ແຕ່ຈຳໃວ້ວ່າເມື່ອເຈົ້າມີຄວາມປາດຖະໜາຢ່າງແຮງກ້າ ຄວາມເຊື່ອໜັ້ນແລະ ຄວາມກ້າຫານ ຢ່າປ່ອຍໃຫ້ບັນຫາບໍ່ມີເງີນເປັນສີ່ງທີ່ເຮັດໃຫ້ເຈົ້າພາດໂອກາດໃດໆ
ສະນັ້ນ ເມື່ອເຈົ້າເລີ້ມທຳທຸລະກິດໃດໆ ບໍ່ວ່າຈະເປັນແບບເຕັມເວລາຫລື ບໍ່ເຕັມເວລາ Part time ຄົງຮູ້ໆກັນວ່າເງີນເປັນສີ່ງຈຳເປັນຫລາຍໜ້ອຍຂະໜາດໃດ ແຕ່ຂ້ອຍພະນັນໄດ້ເລີຍວ່າຄົນທີ່ບໍ່ມີເງີນກໍ່ສາມາດສ້າງທຸລະກິດສ້າງອານາຄົດຂອງຕົນເອງຂື້ນມາໄດ້ ເຊີ່ງເລື່ອງນີ້ເປັນເລື້ອງຈິງໃນທຸລະກິດເຄື່ອຂ່າຍດ້ວຍເຊັ່ນກັນ ຂ້ອຍເຊື່ອວ່າມີຫລາຍສີ່ງຫລາຍຢ່າງທີ່ມີຄຸນຄ່າຫລາຍກ່ວາເງີນ ເຊີ່ງຈະເຮັດໃຫ້ເຈົ້າປະສົບຄວາມສຳເລັດແບບມືອາຊີບໃນການສ້າງທຸລະກິດເຄືອຂ່າຍ ສີ່ງທີ່ຈະນຳພາເຈົ້າໃຫ້ປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍຫລັກໆນັ້ນຄື....
1.ເວລາ
ເວລາມີຄວາມສຳຄັນຫລາຍກ່ວາເງີນທືນ ເວລາທີ່ເຈົ້າຈັດສັນໄວ້ບໍ່ໄດ້ສູນເປົ່າ ເວລາທີ່ເຈົ້າຈັດສັນທີ່ຈະລົງທືນເພື່ອສ້າງທຸລະກິດຂອງເຈົ້າ ເຊີ່ງຈະເຮັດໃຫ້ທຸລະກິດຂອງເຈົ້າສ້າງກຳໄລຂື້ນມາໄດ້
ແລ້ວເຮົາຈະເຮັດເວລາໃຫ້ມີຄຸນຄ່າໄດ້ແນວໃດ
ເວລາທີ່ຖຶກຕ້ອງໃນການລົງທືນຈະສ້າງຄວາມໝັ້ນຄົງໃນອານາຄົດໃຫ້ກັບເຈົ້າໄດ້ ການໃຊ້ເວລາໃນການລົງທືນຈະສ້າງປະຕິຫານຂື້ນມາໄດ້ ດັ່ງນັ້ນເຈົ້າຄວນລົງທຶຶນກັບເວລາຂອງເຈົ້າ

2.ການທຳເຕັມທີ່ສຸດກຳລັງ
ຂ້ອຍມີເພື່ອນຄົນນື່ງເຊີ່ງລາວລົງທືນຢ່າງຫລວງຫລາຍ ແລະທຳເຕັມທີ່ສຸດກຳລັງໃນການທຳທຸລະກິດເຄື່ອຂ່າຍຄັ້ງທຳອິດຂອງລາວ ລາວເວົ້າວ່າ'' ລູກຂອງລາວຫີວໂຫຍ ຂ້ອຍຈະຕ້ອງທຳງານນີ້ ຖ້າງານນີ້ບໍ່ເວີກແລ້ວຂ້ອຍຈະໄປເຮັດງານຫຍັງ'' ດັ່ງນັ້ນລາວຈີ່ງລົງ ທືນ
$ 1 ໃນທຸລະກິດຂອງລາວທີ່ລາວມີຄວາມເຊື່ອແລະທຳສຸດກຳລັງຂອງລາວ.

3. ການຕັດສີນໃຈ

ການທີ່ເຈົ້າຈະເຮັດຫຍັງຕ້ອງຕັດສີນໃຈໃຫ້ແນ່ນອນ ບໍ່ວ່າຈະມີຫຍັງເກີດຂື້ນຫລືເຈີອຸປະສັກຫລວງຫລາຍຊຳໃດ ເຈົ້າຕ້ອງຢືນຢັດ ແລະ ຜ່ານຜ່າໄປໃຫ້ໄດ້ ຢ່າລົ້ມເລີກ ເພາະມັນມາຈາກພະລັງຂອງການຕັດສີນໃຈຂອງເຈົ້າເອງ.

4. ຄວາມກ້າຫານ

ຄວາມກ້າຫານມີຄວາມສຳຄັນຫລາຍກ່ວາເງີນຫລືຊັບສີນ ຖ້າເຈົ້າມີພຽງ $1 ແຕ່ເຈົ້າມີຄວາມກ້າຫານເຕັມປ່ຽມ ຂ້ອຍກຳລັງຈະບອກວ່າເຈົ້າໄດ້ອານາຄົດດີແລະປະສົບຄວາມສຳເລັດນັ້ນແລ້ວ ເຈົ້າຕ້ອງກ້າຫານບໍ່ວ່າຈະປະເຊີນກັບສະຖານະການໃດໆຊື່ງມະນຸດຈະສາມາດທຳສີ່ງທີ່ເໜືອຄວາມເຊື່ອໄດ້ບໍ່ວ່າຫຍັງຈະເກີດຂື້ນກໍ່ຕາມ.
5.ຄວາມປາດຖະໜາຢ່າງແຮງກ້າ
ຖ້າຂ້ອຍຄິດວ່າຂ້ອຍສາມາດຂາຍໄດ້ 3 ຂ້ອຍຈະສາມາດຂາຍໄດ້ຈິງ 33
ຖ້າຂ້ອຍຄິດວ່າ ຂ້ອຍສາມາດຂາຍໄດ້ .33 ຂ້ອຍຈະສາມາດຂາຍໄດ້ຈິງ 103
ນັ້ນເປັນເພາະຂ້ອຍມີຄວາມປາດຖະໜາຢ່າງແຮງກ້າໃນສີ່ງທີ່ຜົມທຳນັ້ນເອງ ແລ້ວເຈົ້າມີຫລືຍັງ

6.ຄວາມເຊື່ອ
ຕອນນີ້ເພື່ອນຂອງຂ້ອຍເຊື່ອວ່າລາວມີຜະລິດຕະພັນທີ່ດີໆ ແລະ ຢູ່ໃນບໍລິສັດທີ່ດີໆແລະ ຕໍ່ມາລາວເລີ້ມ ທີ່ຈະມີຄວາມເຊື່ອໜັ້ນໃນຕົວລາວເອງລາວລ້ຽງລູກສອງຄົນດ້ວຍຕົວລາວເອງ ລາວບໍ່ມີວຽກເຮັດ ຄວາມເຊື່ອໝັ້ນ ໃນຕົວລາວເລີ້ມທະຍານສູງຂື້ນ ເຊີ່ງເປັນສີ່ງທີ່ເງີນບໍ່ສາມາດຊື້ໄດ້ ເຖີງແມ່ນວ່າເຈົ້າຈະມີເງີນເປັນລ້ານໂດລາກໍ່ຕາມ ຖ້າເຈົ້າບໍ່ມີຄວາມເຊື່ອ ໃນອານາຄົດເຈົ້າອາດຈະຈົນ ແລະ ບໍ່ກັບມາລວຍອີກຕໍ່ໄປກໍ່ເປັນໄດ້ ແລະ ນີ້ເປັນເຫດຜົນ ທີ່ເຮັດໃຫ້ເພື່ອນຂ້ອຍຄົນນີ້ກາຍເປັນມະຫາເສດຖີທຸກວັນນີ້ເອງ.

7.ຄວາມສະຫລາດ ປາດເປື່ອງ

ເຈົ້າຄວນໃຊ້ສະໝອງໃນການທຳງານ ທຸກມື້ນີ້ອາດຈະໃຊ້ສະໜອງພຽງແຕ່ 1 ໃນ 10 ໃນການທຳງານ ເຈົ້າເຄີຍຄິດວ່່າ  ແມ່ນຫຍັງຈະເກີດຂື້ນຖ້າເຈົ້າໃຊ້ສະໜອງຫລາຍກ່ວາ 1 ໃນ 10ເຈົ້າອາດຈະບໍ່ເຊື່ອໃນສີ່ງທີ່ເກີດຂື້ນ
ມະນຸດສາມາດທຳໃນສີ່ງທີ່ໜ້າພູມໃຈທີ່ສຸດທີ່ເຄີຍເຮັດມາໄດ້ ແລ້ວເຮົາຈະເຮັດໃຫ້ຄວາມປາດເປື່ອງນີ້ມີຄ່າໄດ້ແນວໃດ ເພາະຄວາມສະຫລາດປາດເປື່ອງນີ້ມີຄ່າຫລາຍກ່ວາເງີນ
ສີ່ງທີ່ເຈົ້າຕ້ອງການທັ້ງໜົດຄືເງີນ $1 ແລະ ຄວາມປາດເປື່ອງທັ້ງໜົດ ໃຫ້ຊອກຫາວິທີຈະທຳໃຫ້ມັນເວີກຄ ທຳໃຫ້ເວີກຄ... ທຳໃຫ້ເວີກຄ

8.ຫົວໃຈແລະຈິດວິນຍານ

ແມ່ນຫຍັງຄືຄຳນິຍາມຂອງຫົວໃຈ ແລະ ຈິດວິນຍານບໍ່ແມ່ນເງີນ ເງີນບໍ່ສາມາດຊື້ຫົວໃຈ   ແລະ ຈິດວິນຍານໄດ້ ຫົວໃຈ ແລະ ຈິດວິນຍານມີຄ່າຫລາຍກ່ວາເງີນລ້ານໂດລາ ຖ້າມີເງີນລ້ານໂດລາແຕ່ບໍ່ມີຫົວໃຈ ແລະ ຈິດວິນຍານ ກໍ່ຖືວ່າເຈົ້າບໍ່ມີຊິວິດ ເຈົ້າກໍ່ໄຮ້ປະສິດທິພາບແຕ່ຫົວໃຈແລະຈິດວິນຍານເໜືອນກັບເວດມົນທີ່ເບີ່ງບໍ່ເຫັນ ເປັນສີ່ງຢູ້ດັນຜູ້ຄົນ ຢູ້ດັນຫລືເຮັດໃຫ້ຜູ້ຄົນທຳການຊື້ ເຮັດໃຫ້ຄົນທຳການຕັດສີນໃຈ ເຮັດໃຫ້ຄົນສະແດງອອກ ແລະເຮັດໃຫ້ຜູ້ຄົນຕອບສະໜອງຕໍ່ສີ່ງຕ່າງໆ

9.ບຸກຄະລິກລັກສະນະ

ເຈົ້າຄວນເຮັດໃຫ້ເຈົ້າເປັນຄົນມີບຸກຄະລິກຄ່ອງແຄ້ວ ປາດປ້ຽວພັດທະນາທຸກໆວັນ ເຖີງແມ້ແຕ້ກັບ ຄົນ ທີ່ເຈົ້າໂອ້ລົມດ້ວຍ.. ເຖີງແມ່ນວ່າຄົນນັ້ນຈະເປັນເດັກນ້ອຍ ຫລື ນັກທຸລະກິດ ກໍ່ຕາມເຖີງແມ່ນວ່າຄົນນັ້ນ ຈະເປັນຄົນລວຍ ຫລື ຄົນຈົນກໍ່ຕາມສ້າງບຸກຄະລິກທີ່ເປັນເອກະລັກໃນທຸກໆພື້ນທີ່   ແມ້ແຕ່ທີ່ບ້ານ ອ້າຍລ້ຽງ ທາງທຸລະກິດຂອງຂ້ອຍ Bill Bailey ສອນຂ້ອຍວ່າ'' ເຈົ້າຈະຕ້ອງຮຽນຮູ້ ແລະ ພັດທະນາ ຈົນເຈົ້າຮູ້ສຶກວ່າທຳອອກມາຈາກຈິດໃຕ້ສຳນຶກ'' ບໍ່ຮູ້ສຶກຝືນ'' ບໍ່ວ່າຈະເປັນຄົນລວຍ ຫລື ຄົນຈົນໃຫ້ສະແດງອອກເໜືອນກັນ ສີ່ງນີ້ຈະເປັນໂອກາດທີ່ຈະເຮັດໃຫ້ເຈົ້າສ້າງຄວາມສຳພັນກັບໃຜກໍ່ໄດ້ ເຈົ້າຕ້ອງພັດທະນາບຸກຄະລິກກະພາບນັ້ນເຈົ້າສະແດງອອກດ້ວຍຄວາມຮູ້ສຶກສະບາຍ
ແລະ ສຸດທ້າຍ ຢ່າລືມພັດທະນາຄວາມສາມາດພິເສດ ແລະ ຢ່າລືມເປັນຄົນນອບນ້ອມຖ່ອມຕົນ.

ສີ່ງທີ່ຂ້ອຍຂຽນມາທັ້ງໜົດມີຄຸນຄ່າຫລາຍກ່ວາເງີນທັ້ງໜົດທັງມວນ ດ້ວຍເງີນພຽງ 1 ຫລຽນດອນລາສະຫະລັດ ທັງໜົດທີ່ຂ້ອຍໃຫ້ເຈົ້າ ເຈົ້າສາມາດນຳມາໃຊ້ເປັນເຄື່ອງມືໃນການສ້າງທຸລະກິດເຄື່ອຂ່າຍໄດ້ຢ່າງຊົງພະລັງ
ແມ່ນຫຍັງກໍ່ຕາມທີ່ເຈົ້າຕ້ອງການ ແມ່ນຫຍັງກໍ່ຕາມທີ່ເຈົ້າປາດຖະໜາ ມັນເປັນຂອງເຈົ້າແລ້ວ
ຂ້ອຍໃຫ້ຄວາມລັບທີ່ມີຄ່າຫລາຍທີ່ສຸດໃຫ້ແກ່ເຈົ້າ ເຊີ່ງສີ່ງນີ້ມີຄ່າຫລາຍກ່ວາເງີນຄຳ ແລະມັນຈະປ່ຽນອານາຄົດຂອງເຈົ້າແລະໂຊກສະຕາຂອງເຈົ້າໄປຕະຫລອດຊີວິດ
ແດ່ຄວາມສຳເລັດຂອງເຈົ້າ ຄຳພັດ ສິມມະວົງ ໂທ(85620) 2222 8597 ;             5699 9579 
                      

No comments:

Post a Comment